ອັງກິດຈະສົ່ງທະຫານພັນກວ່າຄົນ ເຮັດວຽກແທນຕຳແໜ່ງຜູ້ທີ່ຢຸດງານ

2022-12-19 11:03:57 cri

ຫວ່າງມໍ່ໆມານີ້, ຍ້ອນວິກິດການຄ່າຄອງຊີບທີ່ສູງຂຶ້ນ ແລະບັນຫາຂໍ້ຂັດແຍ້ງກັນດ້ານເງິນເດືອນທີ່ພາໃຫ້ຫຼາຍຂະແໜງການຂອງອັງກິດເກີດການເຄື່ອນໄຫວຢຸດງານລວມໝູ່ຂະໜາດໃຫຍ່, ເຮັດໃຫ້ການຄົມມະນາຄົມທາງລົດໄຟ, ການຂົນສົ່ງຂອງເດີ່ນຍົນ, ການບໍລິການໄປສະນີຂອງອັງກິດ ຕົກຢູ່ໃນສະພາບລົ້ມລະລາຍຕາມລຳດັບ.


    ວັນທີ 17 ທັນວານີ້, ລັດຖະບານອັງກິດປະກາດວ່າ: ຈະສົ່ງທະຫານປະມານ 1.200 ຄົນ ແລະ ລັດຖະກອນ 1.000 ຄົນໄປທົດແທນຕຳແໜ່ງວ່າງຍ້ອນການເຄື່ອນໄຫວຢຸດງານ, ເພື່ອຮັກສາຂອດບໍລິການທີ່ກ່ຽວຂ້ອງໃຫ້ດຳເນີນໄປເປັນປົກກະຕິ.