ກໍາປັ່ນລໍາໜຶ່ງໃນນະຄອນຢາງກຸ້ງປະເທດມຽນມາເກີດລະເບີດ

2022-12-19 15:38:30 CRI


    ເວລາປະມານ 19 ໂມງຂອງວັນທີ 18 ທັນວານີ້, ກໍາປັ່ນລໍາໜຶ່ງທີ່ເດີນທາງໄປ-ກັບລະຫວ່າງຕົວເມືອງ ແລະເມືອງດາລາຂອງນະຄອນຢາງກຸ້ງປະເທດມຽນມາເກີດລະເບີດ,  ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ ແລະ ບາດເຈັບ 11 ຄົນ.

    ກໍາປັ່ນລຳທີ່ເກີດເຫດມີ 2 ຊັ້ນ, ເຫດລະເບີດແມ່ນເກີດຂຶ້ນຢູ່ຊັ້ນລຸ່ມ. ປັດຈຸບັນ, ຜູ້ໄດ້ຮັບບາດເຈັບຖືກສົ່ງໄປປິ່ນປົວຢູ່ໂຮງໝໍ, ເຈົ້າໜ້າທີ່ຕໍາຫຼວດຈໍານວນຫຼາຍໄດ້ໄປຮອດສະຖານທີ່ເກີດເຫດ ແລະດໍາເນີນການສືບສວນ, ຜົນການສືບສວນໃນເບື້ອງຕົ້ນແມ່ນການໂຈມຕີກໍ່ຄວາມບໍ່ສະຫງົບຢູ່ທ້ອງຖິ່ນ, ລູກລະເບີດແມ່ນເຮັດດ້ວຍມື. ມາຮອດປັດຈຸບັນ, ຍັງບໍ່ມີກຸ່ມປະກອບອາວຸດໃດອອກມາອ້າງຄວາມຮັບຜິດຊອບຕໍ່ເຫດການໂຈມຕີໃນຄັ້ງນີ້.

    ກໍາປັ່ນແມ່ນຍານພາຫະນະຕົ້ນຕໍໃນການເດີນທາງລະຫວ່າງຕົວເມືອງ ແລະເມືອງດາລາຂອງນະຄອນຢາງກຸ້ງປະເທດມຽນມາ.