ອາເມຣິກາຍັງສ້າງເລື່ອງດ້ວຍແນວຄິດສົງຄາມເຢັນຄືເກົ່າ

2022-12-19 14:17:34 cri

ຫວ່າງມໍ່ໆມານີ້ ໃນເວລາໃຫ້ສຳພາດຕໍ່ວາລະສານຂ່າວ ສື່ມວນຊົນອາເມຣິກາ, ທ່ານ ອານາໂຕລີ ອານໂຕນົຟ ເອກອັກຄະລັດຖະທູດຣັດເຊຍປະຈຳອາເມຣິກາກ່າວວ່າ: ຄືຊິແມ່ນອາເມຣິກາຕ້ອງການໃຊ້ການພົວພັນທີ່ແກ່ງແຍ້ງກັນກັບຣັດເຊຍຢ່າງບໍ່ຢຸດຢັ້ງມາພິສູດຕົນເອງ ເໝືອນດັ່ງສົງຄາມເຢັນບໍ່ໄດ້ສິ້ນສຸດລົງເທື່ອ.

ທ່ານອານໂຕນົຟກ່າວຕື່ມວ່າ: ອາເມຣິກາໄດ້ສະໜັບສະໜູນອູແກຣນໃນການປະທະກັນກັບຣັດເຊຍ, ເພື່ອຢາກບັນລຸເປົ້າໝາຍຂອງຕົນໃນໄລຍະສົງຄາມເຢັນທີ່ຢາກຫຼຸດຜ່ອນກຳລັງແຮງຂອງຣັດເຊຍ ແລະ ເຮັດໃຫ້ເອີລົບຍອມເຊື່ອຟັງອາເມຣິກາ. ປັດຈຸບັນ, ເຈົ້າໜ້າທີ່ລັດຖະບານອາເມຣິກາຫຼາຍໆຄົນ ຍັງສ້າງເລື່ອງຕາມແນວຄິດສົງຄາມເຢັນຄືເກົ່າ, ບໍ່ຍອມຮັບຄວາມເປັນຈິງທີ່ເວທີສາກົນມີການປ່ຽນແປງແລ້ວ. ເຂົາເຈົ້າມັກຖິ້ມໜ້າທີ່ຄວາມຮັບຜິດຊອບຂອງຕົນໃຫ້ຣັດເຊຍ, ເຊັ່ນ: ບັນຫາຂອງເຂົາເອງ, ຄ່າໃຊ້ຈ່າຍດ້ານການທະຫານທີ່ສູງຂຶ້ນເປັນຕົ້ນ, ເພື່ອເຮັດໃຫ້ຣັດເຊຍກາຍເປັນຂໍ້ອ້າງທີ່ເກີດບັນຫາຕ່າງໆ.


ທ່ານອານໂຕນົຟກ່າວເນັ້ນຕື່ມວ່າ: ການສ້າງໂລກຫຼາຍຂົ້ວຕ້ອງການເວລາຍາວນານ, ໃນໄລຍະນີ້, ອາເມຣິກາ ແລະ ຣັດເຊຍຄວນເຄົາລົບເຊິ່ງກັນແລະກັນ.