ກອງປະຊຸມ COP15 ໄດ້ຮັບຮອງເອົາ “ຂອບແຫ່ງຄວາມຫຼາກຫຼາຍຂອງຊີວະນາໆພັນທົ່ວໂລກຄຸນມີງ-ມອນຕຣີໂອ”

2022-12-20 14:23:07 CRI


    ວັນທີ 19 ທັນວານີ້, ກອງປະຊຸມປະເທດພາຄີສົນທິສັນຍາວ່າດ້ວຍຄວາມຫຼາກຫຼາຍຂອງຊີວະນາໆພັນຂອງອົງການສະຫະປະຊາຊາດຄັ້ງທີ 15 ຫຼື COP15 ໄລຍະທີ 2 ໄດ້ບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນກ່ຽວກັບ “ຂອບແຫ່ງຄວາມຫຼາກຫຼາຍຂອງຊີວະນາໆພັນທົ່ວໂລກຄຸນມີງ-ມອນຕຣີໂອ”.

    ຂອບດັ່ງກ່າວແມ່ນຄວາມຮັບຮູ້ທີ່ເປັນເອກະພາບກັນ ກ່ຽວກັບມວນມະນຸດພະຍາຍາມສ້າງລະບົບນິເວດທົ່ວໂລກທີ່ປອດໃສ ແລະຈະເລີນຮຸ່ງເຮືອງ, ບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ມີຄວາມໝາຍຄັ້ງປະຫວັດສາດອັນສໍາຄັນ.

    ກອງປະຊຸມ COP15 ແບ່ງເປັນ 2 ໄລຍະທີ ຄື: ກອງປະຊຸມໄລຍະທີ 1 ຈັດຂຶ້ນຢູ່ນະຄອນຄຸນມີງປະເທດຈີນໃນເດືອນ ຕຸລາ 2021  ແລະ ກອງປະຊຸມ ໄລຍະທີ 2 ຈັດຂຶ້ນຢູ່ນະຄອນມອນຕຣີໂອປະເທດການາດາໃນວັນທີ 7 ທັນວານີ້.

    ໃນຖານະເປັນປະເທດປະທານກອງປະຊຸມ COP15, ຈີນໄດ້ຕັ້ງໜ້າປະສານງານກັບຝ່າຍຕ່າງໆ ເພື່ອບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນກ່ຽວກັບຂອບດັ່ງກ່າວ.