ທ່ານສີຈີ້ນຜິງສົ່ງສານອວຍພອນໄປຍັງ “ງານສິລະປະອາຣັບ” ຄັ້ງທີ 5

2022-12-20 11:35:24 CRI

    ວັນທີ 19 ທັນວານີ້, ທ່ານ ສີຈີ້ນຜິງ ປະທານປະເທດຈີນໄດ້ສົ່ງສານອວຍພອນໄປຍັງ “ງານສິລະປະອາຣັບ” ຄັ້ງທີ 5.

 

    ເນື້ອໃນສານອວຍພອນຂອງທ່ານ ສີຈີ້ນຜິງ ຊີ້ອອກວ່າ, ມິດຕະພາບ ລະຫວ່າງຈີນກັບບັນດາປະເທດອາຣັບ ມີມູນເຊື້ອມາແຕ່ບູຮານນະການ ແລະ ຍິ່ງດົນຍິ່ງມີຄຸນຄ່າ. ນັບແຕ່ເປີດເສັ້ນທາງສາຍໄໝໃນສະໄໝບູຮານ ຈົນມາຮອດການ ພ້ອມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ຈີນ ກັບ ບັນດາປະເທດອາຣັບໄດ້ ເກາະແຂນກັນທຳຄວາມພະຍາຍາມ, ການແລກປ່ຽນບົດຮຽນ ແລະ ການຮ່ວມມື ດ້ານວັດທະນະທຳລະຫວ່າງສອງຝ່າຍໄດ້ຮັບຜົນສຳເລັດຢ່າງອຸດົມສົມບູນ.


 

    ເນື້ອໃນສານອວຍພອນຂອງທ່ານ ສີຈີ້ນຜິງ ເນັ້ນໜັກວ່າ: ຫວັງໃຫ້ຈີນ ກັບ ບັນດາປະເທດອາຣັບ ຖື “ງານສິລະປະອາຣັບ” ເທື່ອນີ້ເປັນໂອກາດ, ຈັດຕັ້ງ ປະຕິບັດໝາກຜົນກອງປະຊຸມສຸດຍອດຈີນ-ປະເທດອາຣັບຄັ້ງທຳອິດ,ສົ່ງເສີມນ້ຳໃຈເສັ້ນທາງສາຍໄໝ, ເພີ່ມທະວີມິດຕະພາບອັນເປັນມູນເຊື້ອ, ຮັກສາການ ແລກປ່ຽນດ້ານວັດທະນະທຳຢ່າງສະໜິດແໜ້ນ, ໃສ່ກຳລັງຖາວອນ ເພື່ອລົງເລິກ ການພົວພັນຄູ່ຮ່ວມຍຸດທະສາດຈີນ-ອາຣັບ, ປະກອບສ່ວນເຂົ້າໃນການກໍ່ສ້າງ ປະຊາຄົມຮ່ວມຊາຕາກຳຈີນ-ອາຣັບທີ່ມຸ່ງໜ້າສູ່ຍຸກສະໄໝໃໝ່.

 

     ໃນມື້ດຽວກັນນີ້, “ງານສິລະປະອາຣັບ” ຄັ້ງທີ 5 ໄດ້ຈັດຂຶ້ນຢູ່ນະຄອນຈີງເຕີ໋ເຈີ້ນ, ແຂວງຈ່ຽງຊີ່, ປະເທດຈີນ ໂດຍການເປັນເຈົ້າພາບຮ່ວມລະຫວ່າງກະຊວງ ວັດທະນະທຳ ແລະ ທ່ອງທ່ຽວຈີນ, ກະຊວງການຕ່າງປະເທດຈີນ, ອົງການ ປົກຄອງແຂວງຈ່ຽງຊີ່ ແລະ ສຳນັກງານເລຂາສັນນິບາດອາຣັບ.