ຈີນຫວັງວ່າ ຈະຮ່ວມກັນກັບປະເທດຕ່າງໆ ເພື່ອພັດທະນາເສດຖະກິດດີຈີຕອນ ແລະສ້າງຄວາມຜາສຸກໃຫ້ແກ່ປະຊາຊົນໃນໂລກ

2022-12-20 19:55:48 cri

ໃນກອງປະຊຸມວຽກງານເສດຖະກິດຂັ້ນສູນກາງຂອງຈີນ ທີ່ຈັດຂຶ້ນໃນຫວ່າງມໍ່ໆມານີ້ ໄດ້ກຳນົດຢ່າງຈະແຈ້ງວ່າ: ຕ້ອງພັດທະນາເສດຖະກິດດີຈີຕອນຢ່າງແຂງແຮງ. ພ້ອມກັນນັ້ນ, ປະເທດຈີນຍັງຫວັງວ່າ ຈະຮ່ວມມືກັບປະເທດຕ່າງໆໃນໂລກ ເພື່ອສ້າງສະພາບແວດລ້ອມການພັດທະນາເສດຖະກິດດີຈີຕອນທີ່ເປີດກວ້າງ, ກວມລວມ, ຍຸຕິທຳ ແລະ ບໍ່ມີການຈໍາແນກ.

ສະຖິຕິໄດ້ສະແດງໃຫ້ເຫັນວ່າ: ເລີ່ມແຕ່ປີ 2012 ຫາປີ 2021, ຂະໜາດເສດຖະກິດດີຈີຕອນຂອງຈີນໄດ້ເພີ່ມຂຶ້ນຈາກ 11.000 ຕື້ຢວນ ເປັນ 45.000 ຕື້ຢວນ, ອັດຕາເສດຖະກິດດີຈີຕອນຂອງ GDP ໄດ້ເພີ່ມຂຶ້ນຈາກ 21,6% ເປັນ 39,8%. ຖານຂໍ້ມູນໃຫຍ່, ຄລາວຄອມພິວຕິງ (cloud computing) ແລະ ປັນຍາປະດິດ ໄດ້ເລັ່ງລັດເຊື່ອມໂຍງເຂົ້າໃນຂະແໜງການຕ່າງໆ ເຊັ່ນ: ອຸດສາຫະກຳ, ພະລັງງານ, ການປິ່ນປົວພະຍາດ, ການຄົມມະນາຄົມ, ການສຶກສາ, ກະສິກຳ ແລະຂະແໜງການອື່ນໆ. ມາຮອດທ້າຍເດືອນມິຖຸນາປີນີ້, ການນໍາໃຊ້ອິນເຕີເນັດເຂົ້າໃນອຸດສາຫະກຳ ໄດ້ກວມເອົາ 45 ປະເພດທີ່ສໍາຄັນຂອງເສດຖະກິດແຫ່ງຊາດຈີນ, ການຫັນເປັນອຸດສະຫະກໍາດີຈີຕອນ ໄດ້ຂະຫຍາຍຕົວຢ່າງແຂງແຮງ.

ພ້ອມກັນນັ້ນ, ປະເທດຈີນຍັງໄດ້ດໍາເນີນການຮ່ວມມື ດ້ານການຄຸ້ມຄອງແບບດີຈີຕອນລະຫວ່າງສອງຝ່າຍ ແລະຫຼາຍຝ່າຍຢ່າງຕັ້ງໜ້າ, ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການຊຸກຍູ້ການຄຸ້ມຄອງເສດຖະກິດດີຈີຕອນຂອງໂລກ. ໃນຕົ້ນປີ 2016, ເມື່ອປະເທດຈີນເປັນປະເທດປະທານໝູນວຽນຂອງ G20, ປະເທດຈີນໄດ້ຈັດຫົວຂໍ້ “ເສດຖະກິດດີຈີຕອນ” ເປັນວາລະສຳຄັນເຂົ້າໃນແຜນປະດິດສ້າງໃໝ່ ແລະ ການເຕີບໂຕຂອງ G20. ຈີນໃຫ້ເສດຖະກິດດີຈີຕອນເປັນພາກສ່ວນທີ່ສຳຄັນຂອງການຮ່ວມມືກັບປະເທດແລະພາກພື້ນຕາມ "ໜຶ່ງແລວທາງໜຶ່ງເສັ້ນທາງ". ປັດຈຸບັນ, ຈີນໄດ້ເຊັ່ນບົດບັນທຶກຄວາມເຂົ້າໃຈການຮ່ວມມື “ເສັ້ນທາງສາຍໄໝດີຈີຕອນ” ກັບ 17 ປະເທດ, ແລະໄດ້ສ້າງກົນໄກຮ່ວມມືສອງຝ່າຍ “ການຄ້າເອເລັກໂຕຣນິກເສັ້ນທາງສາຍໄໝ” ກັບ 23 ປະເທດ.

ທ່ານ ລິມຈົກໂຮຍ ເລຂາທິການໃຫຍ່ອາຊຽນ ກ່າວວ່າ: ຄາດວ່າ ເສດຖະກິດດິຈິຕອນຂອງອາຊຽນກວມອັດຕາຂອງ GDP ຈະເພີ່ມຂຶ້ນຈາກ 1,3% ໃນປີ 2015 ເປັນ 8,5% ເມື່ອຮອດປີ 2025. ປະເທດຈີນມີລະດັບວິຊາການສູງສົມຄວນໃນດ້ານການພັດທະນາພື້ນຖານໂຄງລ່າງດີຈີຕອນ ແລະ ປະຕິບັດລະບຽບການຄຸ້ມຄອງເສດຖະກິດດີຈີຕອນ, ປະເທດຈີນແມ່ນຄູ່ຮ່ວມມືທີ່ລ້ຳຄ່າຂອງອາຊຽນ ໃນດ້ານການຊຸກຍູ້ການພັດທະນາເສດຖະກິດດີຈີຕອນໃນພາກພື້ນຕົນ. ຫວ່າງມໍ່ໆມານີ້, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຈີນ-ອາຊຽນ ຫຼື 10+1 ຄັ້ງທີ 25 ຢູ່ນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນສະເໜີວ່າ: ຈະປະຕິບັດ “ໂຄງການເຝິກອົບຮົມຜູ້ມີຄວາມຮູ້ຄວາມສາມາດດ້ານດີຈີຕອນຈີນ-ອາຊຽນ”. ໃນ 3 ປີຕໍ່ໜ້າ, ຈີນຈະສ້າງບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດດ້ານດີຈີຕອນ 1.000 ຄົນໃຫ້ແກ່ປະເທດອາຊຽນ. ສາມາດຄາດຄະເນໄດ້ວ່າ: ຈີນ ແລະ ອາຊຽນຈະປະຍຸກໃຊ້ເສດຖະກິດດີຈີຕອນ ເພື່ອຊຸກຍູ້ການຟື້ນຟູເສດຖະກິດໃນໄລຍະທ້າຍຂອງການແຜ່ລະບາດຂອງພະຍາດໂຄວິດ-19 ແລະເພີ່ມພະລັງຊຸກດັນໃໝ່ໃຫ້ແກ່ການພັດທະນາເສດຖະກິດຂອງພາກພື້ນ.

ຂະນະທີ່ປະເທດຈີນ ແລະ ປະເທດລາວກໍໄດ້ຊຸກຍູ້ໂຄງການເຊື່ອມໂຍງເຊື່ອມຈອດດ້ານດີຈີຕອນຂ້າມຊາດຢ່າງບໍ່ຢຸດຢັ້ງ ເພື່ອບັນລຸການແລກປ່ຽນຂໍ້ມູນຂ່າວສານລະຫວ່າງສອງປະເທດ ໂດຍຍົກເອົາທາງລົດໄຟລາວ-ຈີນເປັນຕົວຢ່າງ, ປັດຈຸບັນ, ທາງລົດໄຟລາວ-ຈີນໄດ້ບັນລຸການແລກປ່ຽນຂ້າມຊາດນຳກັນກ່ຽວກັບຂໍ້ມູນຂົນສົ່ງສິນຄ້າ ແລະ ຂໍ້ມູນຈັດຂະບວນລົດໄຟ, ໄດ້ເຮັດໃຫ້ການແຈ້ງຜ່ານດ່ານຂອງສິນຄ້າມີຄວາມສະດວກຂຶ້ນຢ່າງຫຼວງຫຼາຍ. ປັດຈຸບັນ, ເວລາຜ່ານດ່ານດ້ານຂາເຂົ້າ-ຂາອອກຂອງທາງລົດໄຟລາວ-ຈີນບໍ່ຮອດ 5 ຊົ່ວໂມງກໍສໍາເລັດແລ້ວ, ເມື່ອທຽບໃສ່ໄລຍະຫາກໍ່ເປີດນຳໃຊ້ທາງລົດໄຟລາວ-ຈີນ ໄດ້ຫຼຸດລົງເຄິ່ງໜຶ່ງ.

ໂດຍຜະເຊີນໜ້າກັບສະພາບຕົວຈິງທີ່ທົ່ວໂລກຍັງມີປະຊາກອນເກືອບ 3 ຕື້ຄົນຍັງບໍ່ມີອິນເຕີເນັດນຳໃຊ້, ປະເທດຈີນຫວັງວ່າ ຈະຮ່ວມກັບປະເທດຕ່າງໆໃນໂລກເພື່ອສ້າງສະພາບການພັດທະນາເສດຖະກິດດີຈີຕອນທີ່ເປີດກວ້າງ, ກວມລວມ, ຍຸຕິທຳ ແລະ ບໍ່ມີການຈໍາແນກ ເພື່ອຊ່ວຍໃຫ້ກຸ່ມຄົນທີ່ດ້ອຍໂອກາດໄດ້ເຊື່ອມໂຍງເຂົ້າກັບການຫັນເປັນດີຈີຕອນ; ຮ່ວມກັນພັດທະນາເສດຖະກິດດີຈີຕອນ ເພື່ອສ້າງຄວາມຜາສຸກໃຫ້ແກ່ປະຊາຊົນຂອງປະເທດຕ່າງໆໃນທົ່ວໂລກ.