ລັດຖະມົນຕີການຕ່າງປະເທດອີຣານ: ອາເມຣິກາຄວນຍຸດຕິນະໂຍບາຍຈອມປອມ ແລະກັບຄືນສູ່ສັນຍານິວເຄລຍອີຣານໂດຍໄວ

2022-12-20 11:37:51 CRI

    ວັນທີ 19 ທັນວານີ້, ທ່ານໂຮແຊນ ອາເມຍ ອັບໂດລາຮຽນ ລັດຖະມົນຕີ ກະຊວງການຕ່າງປະເທດອີຣານກ່າວຊີ້ອອກວ່າ, ໃນດ້ານໜຶ່ງ ອາເມຣິກາເວົ້າວ່າ ເຮັດແນວໃດຈະສາມາດກັບຄືນສູ່ສັນຍານິວເຄລຍອີຣານ, ແຕ່ອີກດ້ານໜຶ່ງ ຊ້ຳ ພັດທຳລາຍສະຖຽນລະພາບຂອງອີຣານ, ອາເມຣິກາຄວນຍຸດຕິນະໂຍບາຍ ຈອມປອມແບບນີ້  ແລະ ກັບຄືນສູ່ສັນຍານິວເຄລຍອີຣານໂດຍໄວ. “ຖ້າອາເມ ຣິກາສະແຫວງການກ້າວເຖິງຂັ້ນຕົກລົງເຊັນສັນຍາຢ່າງຈິງໃຈ ແລະ ຟື້ນຟູຄຳໝັ້ນ ສັນຍາ ກ່ຽວກັບສັນຍານິວເຄລຍອີຣານ, ອີຣານກໍຈະປະຕິບັດຕາມຄຳໝັ້ນສັນຍາ.”


 

    ກ່ຽວກັບສະຖານະການລະຫວ່າງຣັດເຊຍ-ອູແກຣນ, ທ່ານອັບໂດລາຮຽນ ກ່າວວ່າ, ອີຣານເນັ້ນໜັກເຖິງການແກ້ໄຂການປະທະກັນ ໂດຍຜ່ານວິທີທາງການ ທູດ ແລະ ເນັ້ນໜັກເຖິງຄວນແກ້ໄຂຄວາມສົນໃຈ ດ້ານຄວາມໝັ້ນຄົງທີ່ສົມເຫດ ສົມຜົນຂອງຝ່າຍຕ່າງໆ ໂດຍຜ່ານການສົນທະນາກັນ. ນອກນີ້, ອີຣານເຫັນ ວ່າ, ການແກ້ໄຂວິກິດການຄວນເລີ່ມຈາກຮາກຖານຂອງວິກິດການ, ບາງປະເທດ ກຳລັງສ້າງວິກິດການ, ຊູກຍູ້ວິກິດການ ແລະ ກໍ່ວິກິດການ ແຕ່ບໍ່ມີຄວາມຮັບຜິດ ຊອບ, “ປັດຈຸບັນ, ພວກເຮົາໄດ້ເຫັນວ່າ ບັນດາປະເທດເອີຣົບພວມເສຍຄ່າ ຕອບແທນ ເພື່ອນະໂຍບາຍຂອງອາເມຣິກາ.”