ຢູ່ສະຫະພາບເອີລົບໃນແຕ່ລະປີມີຫຼາຍກວ່າ 7.000 ຄົນເປັນຜູ້ປະສົບເຄາະຮ້າຍຈາກການຄ້າມະນຸດ

2022-12-20 11:36:46 cri

ວັນທີ 19 ທັນວານີ້, ຄະນະກຳມະການສະຫະພາບເອີລົບສະເໜີໃຫ້ເພີ່ມທະວີມາດຕະການຕື່ມອີກເພື່ອປ້ອງກັນ ແລະ ຕໍ່ຕ້ານຂະບວນການຄ້າມະນຸດ. ປັດຈຸບັນ, ຢູ່ສະຫະພາບເອີລົບໃນແຕ່ລະປີແມ່ນມີຫຼາຍກວ່າ 7.000 ຄົນເປັນຜູ້ປະສົບເຄາະຮ້າຍຈາກການຄ້າມະນຸດ. ຍ້ອນວ່າຍັງມີຄົນເປັນຈຳນວນຫຼາຍບໍ່ທັນຖືກຊອກພົບເຫັນເທື່ອ, ຄາດວ່າຂໍ້ມູນຕົວຈິງຈະສູງກວ່ານີ້ຫຼາຍ. ຜູ້ປະສົບເຄາະຮ້າຍສ່ວນໃຫຍ່ແມ່ນແມ່ຍິງ ແລະ ເດັກຍິງ, ແຕ່ອັດຕາສ່ວນຜູ້ຊາຍທີ່ປະສົບເຄາະຮ້າຍໄດ້ເລີ່ມສູງຂຶ້ນແລ້ວ, ໂດຍສະເພາະແມ່ນຜູ້ອອກແຮງງານທີ່ຜິດກົດໝາຍ.


ໃນຫຼາຍປີຜ່ານມານີ້, ການກໍ່ອາດຊະຍາກຳຜ່ານທາງອິນເຕີເນັດນັບມື້ນັບປາກົດຕົວຂຶ້ນ. ຜູ້ຄ້າຂາຍໄດ້ຮັບເອົາ, ຄວບຄຸມ, ຂົນສົ່ງ ແລະ ກົດຂີ່ຂູດຮີດຜູ້ປະສົບເຄາະຮ້າຍຜ່ານທາງອິນເຕີເນັດ ເຊິ່ງໄດ້ສົ່ງຜົນກະທົບໄປເຖິງເຂດນອກສະຫະພາບເອີລົບ.