ການຍົກຍ້າຍທຳນຽບປະທານາທິບໍດີສ.ເກົາຫຼີເປັນທີ່ສົງໄສ ພາກສ່ວນກວດສອບບັນຊີຈະດຳເນີນການກວດກາ

2022-12-20 11:53:48 CRI

    ວັນທີ 19 ທັນວານີ້, ອົງການຈັດຕັ້ງພາກປະຊາຊົນແຫ່ງໜຶ່ງຂອງສ.ເກົາຫຼີ ແຈ້ງໃຫ້ຮູ້ວ່າ, ອົງການກວດສອບແຫ່ງລັດສ.ເກົາຫຼີຈະດຳເນີນການກວດກາຕໍ່ກໍລະນີຍົກຍ້າຍທຳນຽບປະທານາທິບໍດີ ເພື່ອກວດກາເບິ່ງຂະບວນດັ່ງກ່າວ ມີ ການໃຊ້ສິດຢ່າງຊະຊາຍ ແລະ ມີປາກົດການສໍ້ລາດບັງຫຼວງຫຼືບໍ່?


 

    ຫຼັງຈາກທ່ານ ຢຸນຊົກເຢວ ປະທານາທິບໍດີສ.ເກົາຫຼີ ຂຶ້ນຮັບຕຳແໜ່ງໃນ ເດືອນພຶດສະພາປີນີ້, ອີງຕາມຄຳໝັ້ນສັນຍາທີ່ໃຫ້ໄວ້ໃນເວລາຫາສຽງເລືອກຕັ້ງ ຈະຍົກຍ້າຍທຳນຽບປະທານາທິບໍດີທີ່ຕັ້ງຢູ່ຊົງວາເດ ໄປເມືອງລົງຊານ ນະຄອນ ຫຼວງເຊອູນ. ອີງຕາມຄວາມເວົ້າຂອງທ່ານ ຢຸນຊົກເຢວ ໃຫ້ຮູ້ວ່າ, ການຍ້າຍ ທຳນຽບປະທານາທິບໍດີ ແມ່ນເພື່ອຕິດຕໍ່ພົວພັນກັບປະຊາຊົນໄດ້ສະດວກດີກວ່າ ເກົ່າ.

 

    ວັນທີ 14 ທັນວານີ້, ອົງການກວດກາສ.ເກົາຫຼີໄດ້ຈັດກອງປະຊຸມຂຶ້ນ, ໂດຍໄດ້ຕົກລົງດຳເນີນການກວດກາຕໍ່ຈຸດທີ່ສົງໄສສອງຂໍ້ ຄື: ໜຶ່ງແມ່ນ ໃນຂະບວນ ການຕົກລົງນະໂຍບາຍ ມີປາກົດການສໍ້ລາດບັງຫຼວງ ຫຼື ໃຊ້ສິດຢ່າງຊະຊາຍຫຼືບໍ່, ສອງແມ່ນ ໃນຂະບວນການເຊັນສັນຍາການກໍ່ສ້າງ ໄດ້ລະເມີດກົດໝາຍວ່າດ້ວຍ ສັນຍາຫຼືບໍ່.