ກອງປະຊຸຸມພິຈາລະນາສົນທິສັນຍາວ່າດ້ວຍການສະກັດກັ້ນອາວຸດຊີວະພາບຄັ້ງທີ 9 ໄດ້ຮັບຮອງເອົາເອກະສານຜົນສໍາເລັດ

2022-12-20 14:32:11 CRI


    ໃນກອງປະຊຸມຖະແຫຼງຂ່າວຂອງກະຊວງການຕ່າງປະເທດຈີນທີ່ຈັດຂຶ້ນໃນຫວ່າງມໍ່ໆມານີ້, ທ່ານນາງ ເມົານີງ ໂຄສົກກະຊວງການຕ່າງປະເທດຈີນໄດ້ແນະນໍາໃຫ້ຮູ້ວ່າ, ກອງປະຊຸຸມພິຈາລະນາສົນທິສັນຍາວ່າດ້ວຍການສະກັດກັ້ນອາວຸດ ຊີວະພາບຄັ້ງທີ 9 ໄດ້ອັດລົງຢູ່ນະຄອນເຊີແນວປະເທດສວິສໃນວັນທີ 16 ທັນວານີ້. ກອງປະຊຸມດັ່ງກ່າວໄດ້ພິຈາລະນາຢ່າງຮອບດ້ານ ຕໍ່ສະພາບການຄວາມໝັ້ນຄົງດ້ານອາວຸດຊີວະພາບທົ່ວໂລກ ແລະສະພາບການຈັດຕັ້ງປະຕິບັດສົນທິສັນ

ຍາວ່າດ້ວຍການສະກັດກັ້ນອາວຸດຊີວະພາບ, ພ້ອມນັ້ນ ຍັງໄດ້ຮັບຮອງເອົາເອກະສານຜົນສໍາເລັດຢ່າງຈົບງາມ. ຜົນສໍາເລັດຂອງກອງປະຊຸມຄັ້ງນີ້ເປັນຂີດໝາຍສະແດງໃຫ້ເຫັນວ່າ ການບໍລິຫານຄວາມໝັ້ນຄົງດ້ານອາວຸດຊີວະພາບທົ່ວໂລກໄດ້ຮັບຄວາມຄືບໜ້າອັນສໍາຄັນ, ເຊິ່ງສອດຄ່ອງກັບຜົນປະໂຫຍດຮ່ວມຂອງປະຊາຄົມໂລກ. ຈີນສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບເລື່ອງນີ້.

    ຄວາມໝັ້ນຄົງດ້ານຊີວະພາບບໍ່ມີເຂດແດນ. ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວເນັ້ນໜັກໃນຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກວ່າ: ຕ້ອງຍຶດໝັ້ນການປົກປັກຮັກສາຄວາມໝັ້ນຄົງໃນຂົງເຂດດັ້ງເດີມ ແລະຂົງເຂດບໍ່ເປັນດັ້ງເດີມຄວບຄູ່ກັນໄປ, ຮ່ວມກັນຮັບມືກັບບັນຫາລັກສະນະທົ່ວໂລກ, ເຊັ່ນ: ຄວາມໝັ້ນຄົງດ້ານອາວຸດຊີວະພາບ ແລະອື່ນໆ. ຈີນໄດ້ເຂົ້າຮ່ວມກອງປະຊຸມພິຈາລະນາຄັ້ງນີ້ຢ່າງເລິກເຊິ່ງ, ທັງຊຸກຍູ້ການຮັບຮອງເອົາເອກະສານຜົນສໍາເລັດຢ່າງສຸດຂີດ. ຈີນໄດ້ສະເໜີຈຸດຢືນທີ່ສ້າງກົນໄກກວດກາເພື່ອຮັບປະກັນການເຄົາລົບສົນທິສັນຍາ, ຊຸກຍູ້ໃຫ້ນໍາໃຊ້ເຕັກນິກຊີວະພາບໂດຍສັນຕິ ແລະສ້າງຜົນປະໂຫຍດອັນກວ້າງຂວາງ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງຫວັງຮ່ວມຂອງປະເທດພາຄີທັງຫຼາຍ, ໂດຍສະເພາະແມ່ນປະເທດພວມພັດທະນາ.

    ຈີນຈະສືບຕໍ່ຮ່ວມກັບປະຊາຄົມໂລກ, ຖືເອົາກອງປະຊຸມຄັ້ງນີ້ເປັນຈຸດເລີ່ມ ຕົ້ນອັນໃໝ່, ຊຸກຍູ້ການບໍລິຫານຄວາມໝັ້ນຄົງດ້ານອາວຸດຊີວະພາບທົ່ວໂລກຕື່ມອີກ, ປະກອບສ່ວນຫຼາຍກວ່າເກົ່າ ເຂົ້າໃນການບັນລຸຄວາມໝັ້ນຄົງໂດຍທົ່ວໄປ ແລະການພັດທະນາຮ່ວມກັນ.