ເລື່ອງລາວເລັກນ້ອຍກ່ຽວກັບທ່ານສີຈິ້ນຜິງຊຸກຍູ້ວຽກງານປະຕິບັດ “ກົດເຫຼັກ 8 ຂໍ້”ຢ່າງເຂັ້ມງວດ(ພາກທີ 2)

2022-12-20 15:12:16 cri



ເມື່ອ 10 ປີກ່ອນ ຄື ໃນວັນທີ 4 ທັນວາ 2012, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ເປັນປະທານກອງປະຊຸມກົມການເມືອງສູນກາງພັກກອມມູນິດຈີນ ໂດຍໄດ້ຄົ້ນຄວ້າພິຈາລະນາແລະຮັບຮອງເອົາ “ກົດເຫຼັກ 8 ຂໍ້”ຂອງກົມການເມືອງສູນກາງພັກກອມມູນິດຈີນວ່າດ້ວຍການປັບປຸງແບບແຜນວິທີເຮັດວຽກ ແລະຕິດພັນກັບປະຊາຊົນຢ່າງແໜ້ນແຟ້ນ. ທຸກມື້ນີ້, “ກົດເຫຼັກ 8 ຂໍ້” ໄດ້ເປັນທີ່ຮັບຮູ້ໂດຍທົ່ວໄປໃນທົ່ວປະເທດຈີນ. ດ້ວຍຄວາມພະຍາຍາມມາເປັນເວລາ 10 ປີໃນການຈັດຕັ້ງປະຕິບັດ “ກົດເຫຼັກ 8 ຂໍ້” ເຊິ່ງໄດ້ສ້າງພາບພົດຂອງພັກຢູ່ໃນໃຈຂອງປະຊາຊົນຄືນໃໝ່, ໄດ້ສ້າງໃຫ້ເປັນແບບແຜນໃໝ່ທີ່ເຂົ້າເຖິງຈິດໃຈປະຊາຊົນໃນທົ່ວສັງຄົມຢ່າງງຽບໆ. ຕໍ່ໄປພວກເຮົາຈະສືບຕໍ່ທົບທວນຄືນເລື່ອງລາວເລັກນ້ອຍກ່ຽວກັບທ່ານສີຈິ້ນຜິງຊຸກຍູ້ວຽກງານປະຕິບັດ “ກົດເຫຼັກ 8 ຂໍ້”ຢ່າງເຂັ້ມງວດ.

 

“ຕັ້ງຄວາມຮູ້ສຶກໃຫ້ຄືຖືກຜູກມັດແບບບໍ່ສະບາຍ”

 

ພາຍຫຼັງສູນກາງພັກກອມມູນິດຈີນອອກ“ກົດເຫຼັກ 8 ຂໍ້”ໄດ້ບໍ່ດົນ, ເຄີຍມີພະນັກງານຈຳນວນໜຶ່ງຮູ້ສຶກບໍ່ລຶ້ງເຄີຍ, ບາງຄົນເວົ້າວ່າ ຂໍ້ຮຽກຮ້ອງມັນເຂັ້ມງວດໂພດ,ຄຸ້ມຄອງຢ່າງເຄັ່ງຄັດເກີນໄປ, ປານກັບຖືກມັດຕີນມັດມື, ບາງຄົນເວົ້າວ່າ ພະນັກງານ-ສະມາຊິກພັກກໍເປັນຄົນທຳມະດາສາມັນເຊັ່ນດຽວກັນ, ການຄຸ້ມຄອງພັກຄວນເຮັດແບບເປັນກັນເອງ, ບາງຄົນເວົ້າວ່າ ທຸກຄົນຕ່າງກໍໄປເຮັດວຽກຄຸ້ມຄອງພັກໝົດ, ຈົນບໍ່ມີເວລາ ແລະເຫື່ອແຮງຈິດໃຈໄປເຮັດວຽກການພັດທະນາເສດຖະກິດສັງຄົມແລ້ວ. ແນວໃດກໍດີ, ຈຸດປະສົງກໍເພື່ອຫວັງຢາກໃຫ້ສູນກາງພັກຄຸ້ມຄອງພະນັກງານ-ສະມາຊິກພັກແບບໂຍະຍານ ແລະຜ່ອນຜັນລົງໜ້ອຍໜຶ່ງ.

 

ຕໍ່ກັບເລື່ອງນີ້, ທ່ານສີຈິ້ນຜິງໄດ້ກ່າວຢ່າງເຄັ່ງຂືມວ່າ: ຫຼັກເກນແມ່ນມີບົດບາດຜູກມັດ, ສະນັ້ນ ຈິ່ງຕ້ອງມີຄວາມເຄັ່ງຄັດຫຼາຍຂຶ້ນ. ເມື່ອເຄັ່ງຄັດແລ້ວ ແນ່ນອນຈະເຮັດໃຫ້ຄົນຮູ້ສຶກບໍ່ສະບາຍ, ກໍຈະເກີດບັນຫາທີ່ບໍ່ມີຄວາມສະບາຍຂຶ້ນ, ຕັ້ງຄວາມຮູ້ສຶກໃຫ້ຄືຖືກຜູກມັດແບບບໍ່ສະບາຍ. ຖ້າຫາກພວກເຮົາຮູ້ສຶກຖືກຜູກມັດແບບບໍ່ສະບາຍຫຼາຍຂຶ້ນ, ປະຊາຊົນກໍຈະມີຄວາມຮູ້ສຶກສະບາຍຫຼາຍຂຶ້ນ ແລະເພິ່ງພໍໃຈຫຼາຍຂຶ້ນ, ຈິ່ງຈະມີຄວາມຮູ້ສຶກທີ່ດີຕໍ່ພວກເຮົາຫຼາຍຂຶ້ນ.

 

“ກົດເຫຼັກ 8 ຂໍ້”ໄດ້ຮັບການອູ້ມຊູສະໜັບສະໜູນຈາກປະຊາຊົນ, ພັກກອມມູນິດຈີນໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກປະຊາຊົນ ເຊິ່ງໄດ້ພິສູດໃຫ້ເຫັນອີກຄັ້ງໜຶ່ງວ່າ: ແບບແຜນຂອງພັກແມ່ນໄດ້ສ່ອງແສງພາບພົດຂອງພັກໂດຍກົງທີ່ສຸດ, ເປັນເຄື່ອງວັດແທກໃນການສັງເກດການພົວພັນລະຫວ່າງພັກກັບປະຊາຊົນ ແລະການພົວພັນລະຫວ່າງພະນັກງານກັບປະຊາຊົນ ກໍຄືຄວາມສັດທາຂອງປະຊາຊົນ.ພັກມີແບບແຜນທີ່ດີ, ປະຊາຊົນຈະຮູ້ສຶກສະບາຍໃຈ, ພັກແລະປະຊາຊົນກໍຈະສາມາດຮ່ວມທຸກຮ່ວມສຸກນຳກັນ ແລະຈະສາມາດເຕົ້າໂຮມກຳລັງແຮງສັງລວມເພື່ອບຸກບືນກ້າວໄປຂ້າງໜ້າ.

 

“ມີຕຳແໜ່ງຍິ່ງສູງ ກໍຍິ່ງຕ້ອງລະມັດລະວັງ”

 

ເມື່ອເວົ້າເຖິງ “ກົດເຫຼັກ 8 ຂໍ້”, ທ່ານສີຈິ້ນຜິງເຄີຍຍົກເອົາຄຳບູຮານທີ່ຄັດມາຈາກຕຳລາບູຮານຈີນທີ່ຊື່ວ່າ “ຊືຈິ່ງ” ມາຕັກເຕືອນພະນັກງານການນຳວ່າ: “ລະມັດລະວັງປຽບເໝືອນຢືນຢູ່ແຄມວັງນ້ຳເລິກ ແລະຍ່າງຢູ່ຕາມໜ້ານ້ຳທີ່ເປັນນ້ຳກ້ອນບາງໆ”. ທ່ານສີຈິ້ນຜິງໃຫ້ຄຳອະທິບາຍວ່າ:ມີຕຳແໜ່ງຍິ່ງສູງ ກໍຍິ່ງຕ້ອງລະມັດລະວັງ, ບໍ່ວ່າສະໄໝບູຮານຫຼືປັດຈຸບັນກໍຈະເປັນແນວນີ້ເຊັ່ນດຽວກັນ, ສະມາຊິກພັກ ແລະພະນັກງງານ ໂດຍສະເພາະແມ່ນພະນັກງານການນຳທຸກຄົນລ້ວນແຕ່ຄວນຮັບຮູ້ເຫດຜົນນີ້.

 



ໃນກອງປະຊຸມວຽກງານຈັດຕັ້ງທົ່ວປະເທດທີ່ຈັດຂຶ້ນໃນວັນທີ 28 ມິຖຸນາ 2013, ທ່ານສີຈິ້ນຜິງຍັງໄດ້ເລົ່າເລື່ອງລາວກ່ຽວກັບທ່າທີຮັບເອົາການມອບຕຳແໜ່ງດ້ວຍຄວາມຖ່ອມຕົວຂອງທ່ານເຈີ້ງຂ້າວຟູ້ ເສນາອາມາດຜູ້ສຳຄັນຂອງແຄວ້ນຊົ້ງໃນສະໄໝຊຸນຊິວ(ລະ ຫວ່າງກ່ອນ ຄສ ປີ770—ກ່ອນ ຄສ ປີ476). ທ່ານເຈີ້ງຂ້າວຟູ້ໄດ້ຫຼໍ່ຄະຕິເຕືອນໃຈໄວ້ຢູ່ເທິງໝໍ້ສາມຂາທີ່ຕັ້ງຢູ່ໃນຫໍໄຫວ້ຂອງຕະ ກຸນວ່າ: “ການແຕ່ງຕັ້ງຕຳແໜ່ງເທື່ອທຳອິດ ຕ້ອງກົ່ງຫຼັງຮັບເອົາ, ການແຕ່ງຕັ້ງຕຳແໜ່ງເທື່ອທີສອງ ຕ້ອງກົ້ມຫົວຮັບເອົາ, ການແຕ່ງຕັ້ງຕຳແໜ່ງເທື່ອທີສາມ ຕ້ອງກົ້ມຫົວຕ່ຳໆຮັບເອົາ”, ນີ້ກໍແມ່ນຄວາມເຂັ້ມງວດຕໍ່ຕົນເອງໃນລະດັບສູງແລະມີຄວາມເຄົາລົບຢຳເກງໃນເມື່ອມີຕຳແໜ່ງສູງຍິ່ງຕ້ອງລະມັດລະວັງ ແລະມີຄວາມຖະໜອມຖ່ອມຕົວຍິ່ງຂຶ້ນ.

 

ການທີ່ເຮັດໃຫ້ພະນັກງານການນຳເຄົາລົບຢຳເກງຕໍ່ກົດໝາຍ ແລະລະບຽບວິໄນ, ມີຄວາມຕື່ນຕົວໃນການຄຸ້ມຄອງຕົນເອງ, “ກົດເຫຼັກ 8 ຂໍ້”ໄດ້ມີບົດບາດສຶກສາອົບຮົມທີ່ດີ ແລະມີອິດທິພົນຕໍ່ພະນັກງານຢ່າງບໍ່ຮູ້ສຶກຕົວ.

 

“ສະພາບແບບນີ້ຕ້ອງມີການປ່ຽນແປງ”

 

ທ່ານສີຈິ້ນຜິງເວລາໃດກໍໄດ້ເອົາໃຈໃສ່ເປັນຢ່າງສູງຕໍ່ປາກົດການໃໝ່ດ້ານລັດທິຮູບການ, ລັດທິອາຍາສິດ. ເພິ່ນເຄີຍຕຳນິປາກົດ ການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນພະນັກງານຕ່າງໆເຊັ່ນ: ການຄຸ້ມຄອງແບບສ້າງຮ່ອງຮອຍໄວ້ ເຊິ່ງເປັນລັດທິຮູບການ ໂດຍເນັ້ນໃສ່ ບັນທຶກຮ່ອງຮອຍປະຕິບັດວຽກງານ, ແຕ່ບໍ່ເອົາໃຈໃສ່ຜົນງານຕົວຈິງ. ສ້າງຮ່ອງຮອຍປະຕິບັດວຽກງານໄວ້ ແຕ່ບໍ່ເຮັດດ້ວຍຄວາມຈິງຈັງ ແລະອື່ນໆ. ແຕ່ກ່ອນ ພວກເຮົາມັກເວົ້າກັນວ່າ “ນະໂຍບາຍຕ່າງໆຈາກຂັ້ນເທິງແມ່ນອີງໃສ່ພະນັກງານຂັ້ນຮາກຖານຜັນຂະຫຍາຍແລະຈັດຕັ້ງປະຕິບັດປຽບເໝືອນທາງເທິງມີເສັ້ນດ້າຍເປັນພັນສາຍ  ທາງລຸ່ມມີເຂັມດວງໜຶ່ງສອດຫ້ອຍໄວ້”, ແຕ່ວ່າດຽວນີ້ ພະນັກງານຂັ້ນຮາກຖານມັກເວົ້າກັນວ່າ: ພາລະອັນໜັກໜ່ວງຂອງພະນັກງານຂັ້ນຮາກຖານປຽບເໝືອນ“ທາງເທິງມີຄ້ອນຕີພັນໜ່ວຍ ທາງລຸ່ມເປັນຕະປູດວງໜຶ່ງ.” “ທາງເທິງມີມີດພັນດວງ ທາງລຸ່ມມີພຽງຫົວດຽວທີ່ລໍຄອຍຖືກຕັດ.” ທ່ານສີຈິ້ນຜິງໄດ້ເວົ້າດ້ວຍຄວາມເຄັ່ງຂືມວ່າ: ສະພາບການແບບນີ້ຕ້ອງມີການປ່ຽນແປງ.

 

ຕະຫຼອດໄລຍະ10ປີຜ່ານມານີ້, ໃນເວລາຈັດຕັ້ງປະຕິບັດ“ກົດເຫຼັກ 8 ຂໍ້”ແມ່ນໄດ້ຍຶດໝັ້ນຖືເອົາການແກ້ໄຂບັນຫາເປັນທິດຊີ້ນຳຢ່າງສະເໝີຕົ້ນສະເໝີປາຍ, ໂດຍອີງຕາມສະພາບການໃໝ່ ແລະບັນຫາໃໝ່ທີ່ພົບພໍ້ນັ້ນ ລ້ວນແຕ່ມີຂໍ້ກຳນົດຢ່າງລະອຽດ,ເປັນລະບຽບແບບແຜນ ແລະຄົບຖ້ວນສົມບູນ ເພື່ອໃຫ້ແທດເໝາະກັບວຽກງານຕົວຈິງຫຼາຍກວ່າເກົ່າ ແລະມີລັກສະນະຊີ້ນຳແລະຄວາມສາມາດປະຕິບັດໄດ້ຫຼາຍຂຶ້ນ.

 

ຜ່ານພຶດຕິກຳມາເປັນເວລາ 10 ປີໄດ້ພິສູດໃຫ້ເຫັນຢ່າງແທ້ຈິງວ່າ: ການກໍ່ສ້າງແບບແຜນມີແຕ່ປະຕິບັດຢ່າງຕໍ່ເນື່ອງ ແຕ່ບໍ່ມີວັນສິ້ນສຸດ.

 

ບັນຊີລາຍຊື່ອາຫານພິເສດໃບໜຶ່ງ

 



ພາຍຫັງຫໍພິພິດທະພັນແຫ່ງຊາດຈີນໄດ້ວາງສະແດງບັນຊີລາຍຊື່ອາຫານຄ່ຳຂອງທ່ານສີຈິ້ນຜິງໃນເວລາທີ່ເພິ່ນສຳຫຼວດກວດກາວຽກງານຢູ່ເມືອງຟູ້ຜິງແຂວງເຫີເປີຍເມື່ອທ້າຍປີ2012ແລ້ວ, ໄດ້ພາໃຫ້ສັງຄົມຈີນມີຄວາມສົນໃຈຢ່າງກວ້າງຂວາງ. ບັນຊີລາຍຊື່ອາຫານດັ່ງກ່າວມີຄື: ອາຫານຮ້ອນ 4 ເຍື່ອງປະກອບມີ ຂົ້ວຊີ້ນໄກ່, ຕຸນລວມມິດຟູ້ຜິງ, ໝູສາມຊັ້ນຂົ້ວໃສ່ດອກຜັກທຽມ, ຂົ້ວຜັກຕັງໂອໃສ່ຫົວຜັກທຽມມຸ່ນ, ແກງລູກຊີ້ນໝູຕົ້ມໝາກໂຕ່ນ, ອາຫານຫຼັກແມ່ນກ້ຽວ, ເຂົ້າໜົມຮວາຈວນ, ເຂົ້າຈ້າວ, ເຂົ້າປຽກລວມມິດ, ນອກນີ້ຍັງຕັກເຕືອນເປັນພິເສດວ່າ ບໍ່ໃຫ້ມີເຫຼົ້າ.

 

ຕະຫຼອດໄລຍະ10ປີຜ່ານມານີ້, ທ່ານສີຈິ້ນຜິງໄດ້ລົງເຄື່ອນໄຫວສຳຫຼວດຄົ້ນຄວ້າວຽກງານຢູ່ທ້ອງຖິ່ນຮ້ອຍກວ່າເທື່ອ. ແຕ່ລະເທື່ອ, ເພິ່ນໄດ້ກວດກາແຜນການເດີນທາງດ້ວຍຕົນເອງ ໂດຍສັ່ງໃຫ້ບໍ່ຄວນຕັ້ງໃຈອອກແບບ,  ຈັດຕາຕະລາງການເດີນທາງທີ່ມີຄວາມຖີ່ໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້ ເພື່ອຮັບປະກັນການສຳຫຼວດຄົ້ນຄວ້າຕ້ອງເຂົ້າເຖິງປະຊາຊົນຢ່າງເລິກເຊິ່ງ ຕິດແທດຕົວຈິງ ແລະມີປະສິດທິພາບສູງ. ທ່ານສີຈິ້ນຜິງໄດ້ຖືຕົນເອງເປັນແບບຢ່າງໃຫ້ຂັ້ນລຸ່ມ, ນຳໜ້າຈັດຕັ້ງປະຕິບັດ“ກົດເຫຼັກ 8 ຂໍ້”ຂອງສູນກາງພັກຢ່າງເຂັ້ມງວດ, ເຊິ່ງໄດ້ກາຍເປັນແຮງຂັບເຄື່ອນອັນເຂັ້ມແຂງໃຫ້ກັບທົ່ວພັກໃນການປັບປຸງແບບແຜນ.

 

ຕະຫຼອດໄລຍະ10ປີຜ່ານມານີ້ ເປັນ10ປີທີ່ປັບປຸງແບບແຜນແລະເຂັ້ມງວດລະບຽບວິໄນຢ່າງບໍ່ລົດລະ, ແລະດັດແກ້ “4 ແບບ ແຜນ” ດ້ວຍນ້ຳໃຈຕອກຕະປູ. ໃນໄລຍະ10ປີຜ່ານມານີ້, ໜຶ່ງໃນສິ່ງຕ່າງໆທີ່ປະຊາຊົນອູ້ມຊູສະໜັບສະໜູນທີ່ສຸດແລະໃຫ້ຄວາມຍ້ອງຍໍຊົມເຊີຍຫຼາຍທີ່ສຸດນັ້ນແມ່ນ ແບບແຜນຂອງພັກແລະແບບແຜນການປົກຄອງໄດ້ປ່ຽນແປງຢ່າງໃໝ່ອ່ຽມ, ແບບແຜບສັງຄົມແລະແບບແຜນຂອງປະຊາຊົນໄດ້ພັດທະນາໄປສູ່ທິດທາງທີ່ດີຂຶ້ນຢ່າງຕໍ່ເນື່ອງ.

 

“ກົດເຫຼັກ 8 ຂໍ້” ໄດ້ປ່ຽນແປງປະເທດຈີນ! ນີ້ຄືຄຳຍ້ອງຍໍຊົມເຊີຍທີ່ມາຈາກຈິດໃຈຂອງປະຊາຊົນຈີນ.