ລາຄາພະລັງງານເພີ່ມສູງຂຶ້ນຊາວອັງກິດສ່ວນໜຶ່ງໄປຫໍສະໝຸດເພື່ອຮັບເອົາອາຍອຸ່ນ

2022-12-21 15:43:21 CRI

    ຫວ່າງມໍ່ໆມານີ້, ອົງການສະຖິຕິແຫ່ງຊາດອັງກິດ ໄດ້ດຳເນີນການສຳຫຼວດຕໍ່ປະຊາຊົນອັງກິດ 2.500 ກວ່າຄົນ, ໃນນັ້ນມີຄົນ 4% ຍັງບໍ່ທັນໄດ້ຈ່າຍຄ່າ ພະລັງງານ, ປະຊາຊົນອັງກິດສ່ວນໜຶ່ງຈຳເປັນຕ້ອງເລື່ອນເວລາການຈ່າຍຄ່າພະລັງງານອອກໄປ ຈົນມີບາງຄົນໄປຫໍສະໝຸດເພື່ອຮັບຄວາມອົບອຸ່ນ.


 

    ອີງຕາມຕົວເລກທີ່ອົງການສະຖິຕິແຫ່ງຊາດອັງກິດປະກາດໃນວັນທີ 14 ທັນວານີ້ໃຫ້ຮູ້ວ່າ, ລະດັບໄພເງິນເຟີ້ຢູ່ອັງກິດໃນເດືອນພະຈິກຜ່ານມານີ້ ແມ່ນສູງເຖິງ 10,7%, ສະພາບໄພເງິນເຟີ້ທີ່ຮ້າຍແຮງເປັນເວລາດົນ ໄດ້ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນອັງກິດ.