ທ່ານສີຈິ້ນຜີງ ແລະຜູ້ສຳເລັດລາຊະການອົສຕຣາລີ ສົ່ງສານຊົມເຊີຍເຊິ່ງກັນແລະກັນ ເພື່ອສະເຫຼີມສະຫຼອງຈີນ-ອົສຕຣາລີສ້າງສາຍພົວພັນທາງການທູດຄົບຮອບ 50 ປີ

2022-12-21 16:13:58 CRI

  


    ວັນທີ 21 ທັນວານີ້, ທ່ານສີຈິ້ນຜີງ ປະທານປະເທດຈີນ ແລະທ່ານດາວິດ ໂຈນ ເຮີລີ ຜູ້ສໍາເລັດລາຊະການອົສຕຣາລີໄດ້ສົ່ງສານຊົມເຊີຍເຊິ່ງກັນ ແລະກັນ ເພື່ອສະເຫຼີມສະຫຼອງຈີນ-ອົສຕຣາລີສ້າງສາຍພົວພັນທາງການທູດຄົບຮອບ 50 ປີ.

    ເນື້ອໃນສານຂອງທ່ານສີຈິ້ນຜີງຊີ້ໃຫ້ເຫັນວ່າ, ນັບແຕ່ຈີນ-ອົສຕຣາລີສ້າງ   ສາຍພົວພັນທາງການທູດເປັນເວລາ 50 ປີມານີ້, ການຮ່ວມມືຕົວຈິງໃນຂົງເຂດຕ່າງໆໄດ້ຮັບຜົນສໍາເລັດທີ່ອຸດົມສົມບູນ, ເຊິ່ງໄດ້ນໍາເອົາຄວາມຜາສຸກອັນແທ້ຈິງມາໃຫ້ແກ່ປະຊາຊົນສອງປະເທດ. ຈີນ ແລະອົສຕຣາລີເປັນປະເທດທີ່ສໍາຄັນໃນພາກພື້ນອາຊີ-ປາຊີຟິກ, ສາຍພົວພັນຈີນ-ອົສຕຣາລີພັດທະນາໄປຢ່າງປອດໃສ ແລະໝັ້ນທ່ຽງແມ່ນສອດຄ່ອງກັບຜົນປະໂຫຍດທີ່ເປັນກົກຮາກຂອງປະຊາຊົນສອງປະເທດ,ພ້ອມທັງມີຜົນດີຕໍ່ການຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະຄວາມຈະເລີນຮຸ່ງເຮືອງຂອງພາກພື້ນອາຊີ-ປາຊີຟິກ ກໍຄືຂອງໂລກ.ຂ້າພະເຈົ້າໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ການພັດທະນາສາຍພົວພັນຈີນ-ອົສຕຣາລີ, ຍິນດີຮ່ວມກັບອົສຕຣາລີທໍາຄວາມພະຍາຍາມຮ່ວມກັນ, ຖືເອົາໂອກາດສອງປະເທດສ້າງສາຍພົວພັນທາງການທູດຄົບຮອບ 50 ປີ, ຊຸກຍູ້ໃຫ້ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ອົສຕຣາລີພັດທະນາໄປແບບຍືນຍົງ, ສ້າງຄວາມຜາສຸກໃຫ້ແກ່ສອງຊາດ ແລະປະຊາຊົນສອງປະເທດຢ່າງບໍ່ຢຸດຢັ້ງ.

    ເນື້ອໃນສານຂອງທ່ານດາວິດ ໂຈນ ເຮີລີລະບຸວ່າ, ການຕັດສິນໃຈທີ່ມີຄວາມໝາຍຄັ້ງປະຫວັດສາດເມື່ອ 50 ປີກ່ອນນັ້ນ ໄດ້ສ້າງພື້ນຖານໃຫ້ແກ່ການພັດທະນາສາຍພົວພັນອົສຕຣາລີ-ຈີນ, ໄດ້ນໍາເອົາການເຕີບໂຕ ແລະໂອກາດມາໃຫ້ແກ່ສອງປະເທດ. ອົສຕຣາລີຈະສຸມກໍາລັງເຂົ້າໃນການຍຶດໝັ້ນຈຸດຢືນທີ່ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງສອງປະເທດ, ຍຶດໝັ້ນຈິດໃຈທີ່ເຄົາລົບນັບຖືເຊິ່ງກັນ ແລະກັນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເພື່ອພັດທະນາສາຍພົວພັນໃຫ້ມີຄວາມໝັ້ນທ່ຽງ ແລະມີລັກສະນະສ້າງສັນກັບຈີນ.