ຈີນຊຸກຍູ້ການເປີດປະຕູສູ່ພາຍນອກໃນລະດັບສູງ ເພື່ອສ້າງຜົນປະໂຫຍດແກ່ ປະຊາຊົນໃນປະເທດຕ່າງໆໃຫ້ດີກວ່າເກົ່າ

2022-12-21 14:16:40 cri

ກອງປະຊຸມວຽກງານເສດຖະກິດຂັ້ນສູນກາງຂອງຈີນທີ່ຈັດຂຶ້ນໃນຫວ່າງມໍ່ໆມານີ້ໄດ້ຊີ້ອອກວ່າ: ຈີນຕ້ອງຊຸກຍູ້ການເປີດປະຕູສູ່ພາຍນອກໃນລະດັບສູງ, ຍົກສູງຄຸນນະພາບ ແລະລະດັບການຮ່ວມມືດ້ານການຄ້າ ແລະການລົງທຶນ.

ນັບແຕ່ປະຕິບັດນະໂຍບາຍປະຕິຮູບ ແລະ ເປີດປະຕູສູ່ພາຍນອກຕະຫຼອດໄລຍະ 40 ກວ່າປີມານີ້, ຈີນໄດ້ຍຶດໝັ້ນນະໂຍບາຍພື້ນຖານແຫ່ງຊາດ ຄືການເປີດປະຕູສູ່ພາຍນອກ ຢ່າງສະເໝີຕົ້ນສະເໝີປາຍ. ພາຍຫຼັງເຂົ້າສູ່ຍຸກໃໝ່ແລ້ວ, ຈີນໄດ້ປະຕິບັດຍຸດທະສາດເປີດປະຕູຢ່າງຕັ້ງໜ້າ ແລະ ເປັນເຈົ້າການຫຼາຍກວ່າເກົ່າ. ປັດຈຸບັນ, ຈີນໄດ້ກາຍເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງ 140 ກວ່າປະເທດ ແລະເຂດແຄວ້ນໃນໂລກ. ໃນ 10 ປີທີ່ຜ່ານມາ, ສັນຍາການຄ້າເສລີ ທີ່ຈີນເຊັນກັບຕ່າງປະເທດນັ້ນ ໄດ້ເພີ່ມຂຶ້ນຮອດ 19 ສະບັບ, ນອກນີ້, ຈີນຍັງໄດ້ຊຸກຍູ້ການສ້າງເຂດທົດລອງການຄ້າເສລີ 21 ແຫ່ງ ແລະ ທ່າກໍາປັ່ນການຄ້າເສລີໄຫຫຼໍາ. ໃນເດືອນມັງກອນຫາເດືອນຕຸລາປີນີ້, ການນໍາໃຊ້ທຶນຕ່າງປະເທດຂອງຈີນໄດ້ບັນລຸເຖິງ 1.089,86 ຕື້ຢວນ ເຊິ່ງໄດ້ເພີ່ມຂຶ້ນ 14,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ບົດລາຍງານວ່າດ້ວຍການເປີດປະຕູສູ່ໂລກກວ້າງ ສະບັບ 2022 ຊີ້ໃຫ້ເຫັນວ່າ: ໃນປີ 2012 ຫາປີ 2020, ດັດຊະນີການເປີດປະຕູຂອງຈີນໄດ້ເພີ່ມຂຶ້ນ 5,6%, ຈີນໄດ້ກາຍເປັນກໍາລັງທີ່ສໍາຄັນໃນການຊຸກຍູ້ເສດຖະກິດໂລກາພິວັດ.

ໃນວັນທີ 1 ມັງກອນ ປີ 2022, ສັນຍາວ່າດ້ວຍການພົວພັນຄູ່ຮ່ວມ ເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ໄດ້ເລີ່ມມີຜົນບັງຄັບໃຊ້ຢ່າງເປັນ ທາງການ. ໃນເບື້ອງຕົ້ນ, RCEP ໄດ້ຖືກສະເໜີຂຶ້ນໂດຍອາຊຽນ, ສ່ວນຈີນເປັນປະເທດເສດຖະກິດທີ່ໃຫຍ່ທີ່ສຸດໃນພາກພື້ນ ກໍໄດ້ໃຫ້ການສະໜັບສະໜູນຢ່າງ ເຕັມທີ່ ແລະ ໄດ້ເສີມຂະຫຍາຍບົດບາດຢ່າງຫຼວງຫຼາຍ ເພື່ອເຮັດໃຫ້ສັນຍາ ດັ່ງກ່າວສາມາດປາກົດຜົນເປັນຈິງໄດ້. ໃນ 10 ເດືອນທໍາອິດຂອງປີ 2022 ນີ້, ຍອດມູນຄ່າການຄ້າລະຫວ່າງຈີນກັບປະເທດສັນຍາ RCEP ໄດ້ເພີ່ມຂຶ້ນ 8,3% ເຊິ່ງຫຼາຍກວ່າການເພີ່ມຂຶ້ນຂອງຍອດມູນຄ່າການຄ້າລະຫວ່າງຈີນກັບອາເມຣິກາ. ສິ່ງທີ່ສໍາຄັນກວ່ານີ້ຄື: ໃນຂະນະທີ່ສັນຍາ RCEP ເຮັດໃຫ້ການຄ້າລະຫວ່າງ ປະເທດຕ່າງໆນັບມື້ນັບແໜ້ນແຟ້ນກວ່າເກົ່າ, ສັນຍາດັ່ງກ່າວຍັງມີຜົນດີຕໍ່ການ ປັບປຸງການຊ່ວຍຊູຍູ້ໜູນກັນໃນພາກພື້ນ, ເຮັດໃຫ້ຕ່ອງໂສ້ອຸດສາຫະກໍາ ແລະ ຕ່ອງໂສ້ການສະໜອງໄດ້ຮັບການປັບປຸງໃຫ້ດີຂຶ້ນກວ່າເກົ່າ ແລະການດໍາເນີນງານມີຄວາມສະດວກກວ່າເກົ່າ, ຄວາມເລິກ ແລະ ຄວາມກວ້າງຂອງການເປີດປະຕູສູ່ພາຍນອກຂອງຕະຫຼາດຈີນ ກໍໄດ້ເພີ່ມຂຶ້ນເລື້ອຍໆ.

ນັບແຕ່ຈີນ ແລະ ອາຊຽນສ້າງການພົວພັນເປິກສາຫາລືເປັນເວລາ 30 ກວ່າປີມານີ້, ການຄ້າຈີນ-ອາຊຽນໄດ້ເພີ່ມຂຶ້ນຈາກບໍ່ຮອດ 8 ຕື້ໂດລາສະຫະລັດໃນປີ 1991 ມາເປັນ 878,2 ຕື້ໂດລາສະຫະລັດໃນປີ 2021 ເຊິ່ງໄດ້ເພີ່ມຂຶ້ນ 100 ກວ່າເທົ່າ. ພ້ອມກັນນັ້ນ, ນັບແຕ່ປີ 2009 ເປັນຕົ້ນມາ, ຈີນໄດ້ກາຍເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງອາຊຽນເປັນເວລາ 13 ປີລຽນຕິດ. ປັດຈຸບັນ, ຍອດມູນຄ່າການຄ້າລະຫວ່າງຈີນກັບອາຊຽນ ໄດ້ສ້າງສະຖິຕິໃໝ່ຢ່າງບໍ່ຢຸດຢັ້ງ ແລະ ການຮ່ວມມືລະຫວ່າງສອງຝ່າຍກໍນັບມື້ນັບເຂົ້າສູ່ລວງເລິກ. ກາເຟຂອງມາເລເຊຍ, ໝາກມ່ວງຂອງໄທ, ໝາກຖົ່ວລຽນຂອງຫວຽດນາມ ແລະ ຜະລິດຕະພັນອື່ນໆ ທີ່ມີເອກະລັກພິເສດຂອງອາຊຽນ ໄດ້ເຂົ້າສູ່ຕະຫຼາດຈີນນັບມື້ນັບຫຼາຍຂຶ້ນ ແລະໄດ້ສ້າງຜົນປະໂຫຍດແທ້ຈິງໃຫ້ກັບປະຊາຊົນຫຼາຍປະເທດດັ່ງກ່າວ.

ອີງຕາມຂໍ້ມູນສະຖິຕິແລ້ວ: ໃນປີ 2010 ຫາປີ 2020, ອັດຕາການ ປະກອບສ່ວນຂອງຈີນຕໍ່ການເຕີບໂຕຂອງການນໍາເຂົ້າຂອງໂລກ ໄດ້ບັນລຸເຖິງ 27,7% ເຊິ່ງສູງກວ່າອາເມຣິກາ ແລະ ສະຫະພາບເອີຣົບຢ່າງຫຼວງຫຼາຍ. “ຄາດວ່າ ໃນ 10 ປີຕໍ່ໜ້ານີ້, ຍອດມູນຄ່າການນໍາເຂົ້າສິນຄ້າ ຈະຫຼາຍກວ່າ 22.000 ຕື້ໂດລາສະຫະລັດ”, ນີ້ກໍຄືຄາດໝາຍທີ່ສໍາຄັນຂອງເສດຖະກິດໂລກທີ່ມີຕໍ່ຕະຫຼາດຈີນ.

ບົດລາຍງານຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ ໄດ້ເນັ້ນໜັກວ່າ: ຈີນຍຶດໝັ້ນນະໂຍບາຍພື້ນຖານແຫ່ງຊາດ ຄືການເປີດປະຕູສູ່ພາຍນອກ, ເດັດດ່ຽວປະຕິບັດຍຸດທະສາດເປີດປະຕູ ທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ໄດ້ຮັບຜົນປະໂຫຍດຮ່ວມກັນ, ສ້າງໂອກາດໃໝ່ໃຫ້ແກ່ໂລກເລື້ອຍໆ ຈາກການພັດທະນາໃໝ່ຂອງຈີນ, ຊຸກຍູ້ການສ້າງເສດຖະກິດໂລກແບບເປີດກວ້າງ ເພື່ອສ້າງຜົນປະໂຫຍດແກ່ປະຊາຊົນໃນປະເທດຕ່າງໆໃຫ້ດີກວ່າເກົ່າ.