ຍີ່ປຸ່ນມີແຜນຈະນຳໃຊ້ດິນແດນທີ່ມີສານປົນເປື້ອນນິວເຄລຍຂອງຟູກຸຊິມະ ເຮັດໃຫ້ປະຊາຊົນບໍ່ພໍໃຈ

2022-12-21 15:40:47 CRI

 

    ໄລຍະຜ່ານມາ, ຫຼັງຈາກໂຮງງານຜະລິດໄຟຟ້ານິວເຄລຍທີໜຶ່ງຂອງແຂວງຟູກຸຊິມະເກີດເຫດການສານກຳມັນຕະພາບລັງສີຮົ່ວໄຫຼແລ້ວ, ວຽກງານກໍ່ສ້າງຄືນໃໝ່ໄດ້ດຳເນີນໄປດ້ວຍຄວາມຊັກຊ້າ, ດິນແດນທີ່ມີສານປົນເປື້ອນນິວເຄລຍຈຳ ນວນຫຼາຍບໍ່ມີບ່ອນຈັດວາງ ຈິ່ງມີຄຳຕຳໜິຈາກປະຊາຊົນຍີ່ປຸ່ນ. ຫວ່າງມໍ່ໆມານີ້, ອົງການຄົ້ນຄວ້າແຫ່ງໜຶ່ງຂອງແຂວງຊາອີຕະມະຍີ່ປຸ່ນ ໄດ້ສ້າງແຜນການນຳໃຊ້ດິນແດນທີ່ມີສານປົນເປື້ອນນິວເຄລຍເພື່ອສ້າງສະໜາມຫຍ້າ ແລະ ໄດ້ຈັດເວທີ ອະທິບາຍຕໍ່ປະຊາຊົນທີ່ຢູ່ເຂດອ້ອມຂ້າງ. ແຕ່ຍ້ອນວ່າເວທີອະທິບາຍມີບັນຫາຕ່າງໆ ເຊັ່ນ: ຂໍ້ມູນ ແລະ ເນື້ອໃນທີ່ກ່ຽວຂ້ອງບໍ່ເປີດເຜີຍຢ່າງຈະແຈ້ງເປັນຕົ້ນ ເຮັດໃຫ້ປະຊາຊົນທ້ອງຖິ່ນບໍ່ພໍໃຈ.


 

     ຢູ່ນອກບ່ອນຈັດເວທີອະທິບາຍ, ປະຊາຊົນທ້ອງຖິ່ນຈຳນວນຫຼາຍໄດ້ເຕົ້າໂຮມກັນ ເພື່ອສະແດງຄວາມບໍ່ພໍໃຈ. ເຂົາເຈົ້າກ່າວວ່າ, ເວທີອະທິບາຍບໍ່ພຽງແຕ່ຈຳກັດຈຳນວນຜູ້ເຂົ້າຮ່ວມຢ່າງເຂັ້ມງວດເທົ່ານັ້ນ, ຍັງບໍ່ໄດ້ອະທິບາຍຢ່າງເປີດເຜີຍຕໍ່ຄວາມອັນຕະລາຍຂອງດິນແດນທີ່ມີສານປົນເປື້ອນນິວເຄລຍ ແລະ ຈະນຳໃຊ້ ຄືແນວໃດ, ໃນຖານະທີ່ເປັນປະຊາຊົນ ແມ່ນບໍ່ມີຊ່ອງທາງໃດທີ່ຮັບຮູ້ຂໍ້ມູນຂ່າວສານທີ່ກ່ຽວຂ້ອງໄດ້.