ຈີນຮຽກຮ້ອງປະຊາຄົມໂລກເພີ່ມທະວີການສະໜັນສະໜູນແກ່ອັຟການີສະຖານ

2022-12-21 14:12:25 cri

ວັນທີ 20 ທັນວານີ້, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ຈັດກອງປະຊຸມເປີດເຜີຍກ່ຽວກັບສະຖານະການອັຟການີສະຖານ. ໃນກອງປະຊຸມ, ທ່ານ ຈ່າງຈວີ່ນ ຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການສະຫະປະຊາຊາດຮຽກຮ້ອງປະຊາຄົມໂລກ ເພີ່ມທະວີການສະໜັນສະໜູນ ແລະ ຊ່ວຍເຫຼືອແກ່ອັຟການີສະຖານ.

ທ່ານ ຈ່າງຈວີ່ນ ຊີ້ອອກວ່າ: ອັຟການີສະຖານພວມຢູ່ໃນໄລຍະຂໍກະແຈທີ່ຕ້ອງການຟື້ນຟູການສ້າງສາຄືນໃໝ່, ການບັນລຸການພັດທະນາໂດຍສັນຕິຍັງຕ້ອງເດີນຕາມເສັ້ນທາງຍາວໄກ. ປະຊາຊົນອັຟການີສະຖານບໍ່ຄວນຖືກລືມ, ປະຊາຄົມໂລກຕ້ອງເພີ່ມທະວີການສະໜັນສະໜູນ ແລະ ຊ່ວຍເຫຼືອຍິ່ງຫຼາຍໃຫ້ອັຟການີສະຖານ. ນອກຈາກນີ້, ຈີນໄດ້ຮຽກຮ້ອງອີກຄັ້ງໃຫ້ສົ່ງຄືນຊັບສິນຢູ່ຕ່າງປະເທດຂອງປະຊາຊົນອັຟການີສະຖານທີ່ຖືກລະງັບໄວ້.


ທ່ານ ຈ່າງຈວີ່ນ ກ່າວຕື່ມວ່າ: ຈີນສະໜັບສະໜູນອົງການສະຫະປະຊາຊາດເສີມຂະຫຍາຍບົດບາດສຳຄັນ ທີ່ຊ່ວຍເຫຼືອການສ້າງສາຄືນໃໝ່ໂດຍສັນຕິຂອງອັຟການີສະຖານ, ຈີນຍິນດີຮ່ວມກັບປະຊາຄົມໂລກ ພ້ອມກັນປະກອບສ່ວນຍິ່ງຫຼາຍເຂົ້າໃນການບັນລຸສັນຕິພາບ, ສະຖຽນລະພາບ ແລະການ ພັດທະນາຂອງອັຟການີສະຖານ.