ຈີນຈະຕັ້ງໜ້າຊຸກຍູ້ການຈັດຕັ້ງປະຕິບັດ “ຂອບແຫ່ງຄວາມຫຼາກຫຼາຍດ້ານຊີວະນາໆພັນທົ່ວໂລກຄຸນມີງ-ມອນຕຣີໂອ”

2022-12-21 13:58:32 cri

ໃນກອງປະຊຸມຖະແຫຼງຂ່າວຂອງກະຊວງການຕ່າງປະເທດຈີນທີ່ຈັດຂຶ້ນໃນວັນທີ 20 ທັນວານີ້, ທ່ານນາງ ເມົານີງ ໂຄສົກກະຊວງການຕ່າງປະເທດຈີນໄດ້ແນະນໍາຜົນສໍາເລັດກອງປະຊຸມປະເທດພາຄີສົນທິສັນຍາວ່າດ້ວຍຄວາມຫຼາກຫຼາຍດ້ານຊີວະນາໆພັນຂອງອົງການສະຫະປະຊາຊາດຄັ້ງທີ 15 ຫຼື COP15 ໄລຍະທີ 2  ແລະບົດບາດຂອງຈີນໃນຖານະເປັນປະເທດປະທານກອງປະຊຸມ COP15.


ທ່ານນາງເມົານີງກ່າວວ່າ: ກອງປະຊຸມ COP15 ໄດ້ຮັບຮອງເອົາ “ຂອບແຫ່ງຄວາມຫຼາກຫຼາຍດ້ານຊີວະນາໆພັນທົ່ວໂລກຄຸນມີງ-ມອນຕຣີໂອ”, ເຊິ່ງໄດ້ວາງແຜນການໃໝ່ໃຫ້ແກ່ການບໍລິຫານຄວາມຫຼາກຫຼາຍດ້ານຊີວະນາໆພັນ. ປະຊາຄົມໂລກໄດ້ຕີລາຄາສູງໂດຍທົ່ວໄປຕໍ່ “ຂອບ” ດັ່ງກ່າວ.


ກອງປະຊຸມ COP15 ໄດ້ຮັບຮອງເອົາມະຕິ 60 ກວ່າສະບັບ, ໂດຍໄດ້ຕົກລົງເປົ້າໝາຍຕ່າງໆ, ເຊັ່ນ: ອະນຸລັກທີ່ດິນ ແລະມະຫາສະໜຸດທົ່ວໂລກຢ່າງໜ້ອຍ 30% ເມື່ອຮອດປີ 2030 ແລະອື່ນໆ. ຕົກລົງມາດຕະການສະໜັບສະໜູນຕ່າງໆທີ່ລວມທັງເງິນທຶນ, ເຕັກນິກ ແລະການບໍາລຸງສ້າງຄວາມສາມາດໃຫ້ແກ່ປະເທດທີ່ພວມພັດທະນາ. “ຂອບ” ດັ່ງກ່າວຈະນໍາພາປະຊາຄົມໂລກເກາະແຂນກັນຊຸກຍູ້ຂະບວນການຟື້ນຟູຄວາມຫຼາກຫຼາຍດ້ານຊີວະນາໆພັນ, ຮ່ວມກັນກ້າວເຂົ້າສູ່ວິໄສທັດທີ່ຄົນ ແລະທໍາມະຊາດຢູ່ຮ່ວມກັນຢ່າງກົມກຽວ ແລະ ປອງດອງກັນໃນປີ 2050.


    ທ່ານນາງເມົານີງກ່າວຕື່ມວ່າ, ໃນຖານະເປັນປະເທດປະທານກອງປະຊຸມ COP15, ຈີນໄດ້ຕັ້ງໜ້າເສີມຂະຫຍາຍບົດບາດການນໍາພາດ້ານການເມືອງ, ຊຸກຍູ້ໃຫ້ຝ່າຍຕ່າງໆຄວບຄຸມຂໍ້ຂັດແຍ້ງກັນ, ຮັບປະກັນໃຫ້ການເຈລະຈາກ່ຽວກັບ “ຂອບແຫ່ງຄວາມຫຼາກຫຼາຍດ້ານຊີວະນາໆພັນທົ່ວໂລກຄຸນມີງ-ມອນຕຣີໂອ” ໄດ້ຮັບຄວາມຄືບໜ້າຢ່າງຕັ້ງໜ້າ. ໃນອະນາຄົດ, ຈີນຈະຕັ້ງໜ້າຊຸກຍູ້ການຈັດຕັ້ງປະຕິບັດຂອງ “ຂອບ” ດັ່ງກ່າວ, ສະໜັບສະໜູນວຽກງານອະນຸລັກຄວາມຫຼາກຫຼາຍດ້ານຊີວະນາໆພັນຂອງປະເທດພວມພັດທະນາ, ເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືກັບປະເທດທີ່ພັດທະນາແລ້ວ, ຮ່ວມກັບຝ່າຍຕ່າງໆຮ່ວມກັນສ້າງປະຊາຄົມຮ່ວມຊີວິດໂລກ.