ທ່ານສີຈີ້ນຜິງສົນທະນາກັບປະທານາທິບໍດີເຢຍລະມັນ ຜ່ານທາງໂທລະສັບ

2022-12-21 15:33:08 CRI

    ວັນທີ 20 ທັນວານີ້, ໂດຍຕອບສະໜອງຕາມຄຳເຊີນ, ທ່ານ ສີຈີ້ນຜິງ ປະທານປະເທດຈີນໄດ້ສົນທະນາ ກັບ ທ່ານ ແຟຣງ ວໍເຕີ ສະແຕນມາຍເອີ ປະທານາທິບໍດີເຢຍລະມັນຜ່ານທາງໂທລະສັບ.

 

    ທ່ານສີຈີ້ນຜິງຊີ້ອອກວ່າ, ປີນີ້ແມ່ນຈີນ ກັບ ເຢຍລະມັນສ້າງສາຍພົວພັນທາງການທູດຄົບຮອບ 50 ປີ, ພາຍໃຕ້ຄວາມພະຍາຍາມຮ່ວມຂອງຜູ້ນຳຫຼາຍຮຸ່ນຄົນຂອງຈີນ ແລະ ເຢຍລະມັນ, ການພົວພັນຈີນ-ເຢຍລະມັນໄດ້ຮັກສາທິດທາງໄປສູ່ຄວາມກ້າວໜ້າ ແລະ ຄວາມດີງາມໂດຍລວມ, ສອງປະເທດກາຍເປັນຄູ່ຮ່ວມຍຸດທະສາດຮອບດ້ານ.

 

    ທ່ານສີຈີ້ນຜິງກ່າວຕື່ມວ່າ, ສອງປະເທດຈີນ-ເຢຍລະມັນຕ້ອງສືບຕໍ່ເຕົ້າໂຮມ ແລະ ເປີດກວ້າງຄວາມຮັບຮູ້ທີ່ຄືກັນໂດຍຜ່ານການສົນທະນາ, ສືບຕໍ່ເພີ່ມເນື້ອໃນຂອງການພົວພັນຄູ່ຮ່ວມ. ຈີນສະໜັບສະໜູນສະຫະພາບເອີລົບ ເປັນເຈົ້າຕົນເອງໃນດ້ານຍຸດທະສາດ, ຫວັງວ່າສະຫະພາບເອີລົບຈະຍຶດໝັ້ນປະຕິບັດຕາມຫຼັກການຂັ້ນພື້ນຖານທີ່ຈີນ ກັບ ສະຫະພາບເອີລົບເປັນຄູ່ຮ່ວມຍຸດທະສາດເຊິ່ງກັນແລະກັນ, ຍຶດໝັ້ນເຄົາລົບເຊິ່ງກັນແລະກັນ, ຮ່ວມມືກັນຢ່າງແທດເຖິງຕົວຈິງ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຍຶດໝັ້ນບໍ່ໃຫ້ການພົວພັນຈີນ-ສະຫະພາບເອີລົບຖືກຈຳກັດໂດຍຝ່າຍທີສາມ. ຫວັງວ່າເຢຍລະມັນຈະສືບຕໍ່ເສີມຂະຫຍາຍບົດບາດອັນຕັ້ງໜ້າ, ພ້ອມກັນກັບຈີນ ຊຸກຍູ້ການພົວພັນຈີນ-ສະຫະພາບເອີບົບໃຫ້ຂະຫຍາຍຕົວຢ່າງໝັ້ນຄົງ ແລະ ຍາວນານ.

 

    ທ່ານ ສະແຕນມາຍເອີ ກ່າວວ່າ, ເຢຍລະມັນເດັດດ່ຽວປະຕິບັດນະໂຍບາຍປະເທດຈີນດຽວ, ຍິນດີຊຸກຍູ້ການພົວພັນເຢຍລະມັນ-ຈີນໃຫ້ຂະຫຍາຍຕົວຕື່ມອີກຢ່າງບໍ່ຢຸດຢັ້ງ ໂດຍຖືນ້ຳໃຈທີ່ເຄົາລົບເຊິ່ງກັນແລະກັນ, ເປີດປະຕູສູ່ພາຍນອກ ແລະ ກວມລວມ.