ຈີນກຳລັງບູລະນະມາດຕະການປ້ອງກັນ ແລະ ຄວບຄຸມໃຫ້ດີຢ່າງບໍ່ຢຸດຢັ້ງ

2022-12-21 14:02:58 cri


ທ່ານນາງເມົານີງ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວໃນວັນທີ 20 ທັນວານີ້.


ມີນັກຂ່າວຖາມວ່າ: ຕໍ່ກໍລະນີໂຄສົກກະຊວງການຕ່າງປະເທດອາເມຣິກາໄດ້ກ່າວໃນຫວ່າງມໍ່ໆມານີ້ວ່າ: ທົ່ວໂລກໄດ້ໃຫ້ຄວາມເປັນຫ່ວງຢ່າງສູງຕໍ່ຜົນກະທົບຍ້ອນພະຍາດໂຄວິດ-19 ຢູ່ໃນປະເທດຈີນ, ຫວັງວ່າຈີນຈະປະຕິບັດມາດຕະການຢ່າງເໝາະສົມ. ຈີນມີຄວາມຄິດເຫັນເປັນແນວໃດຕໍ່ກັບເລື່ອງນີ້?


ທ່ານນາງເມົານີງກ່າວວ່າ: ນັບຕັ້ງແຕ່ພະຍາດໂຄວິດ-19 ແຜ່ລະບາດມາເປັນເວລາເກືອບສາມປີ, ລັດຖະບານຈີນໄດ້ຍຶດໝັ້ນຖືປະຊາຊົນເປັນຫຼັກ, ຖືຊີວິດເໜືອກວ່າທຸກສິ່ງຢ່າງ, ພິຈາລະນາຈາກສະພາບຕົວຈິງຂອງປະເທດຕົນ, ວາງນະໂຍບາຍປ້ອງກັນພະຍາດໂຄວິດ-19 ທີ່ສອດຄ່ອງກັບຜົນປະໂຫຍດຂອງປະຊາຊົນທັງຫຼາຍ. ຄວາມເປັນຈິງໄດ້ຢືນຢັນໃຫ້ເຫັນແລ້ວວ່າ: ໃນສາມປີຜ່ານມານີ້, ນະໂຍບາຍປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ຂອງຈີນ ສາມາດປ້ອງກັນຄວາມປອດໄພດ້ານຊີວິດ ແລະ ສຸຂະພາບຂອງປະຊາຊົນໄດ້ເປັນຢ່າງດີ, ຫຼຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ທີ່ມີຕໍ່ການພັດທະນາເສດຖະກິດສັງຄົມໄດ້ຢ່າງຫຼວງຫຼາຍ, ທັງໄດ້ຍາດເວລາອັນລ້ຳຄ່າໃຫ້ແກ່ປະຊາຊົນທີ່ຮັບຮູ້ສະພາບພະຍາດໂຄວິດ-19 ຢ່າງວິທະຍາສາດ, ຄົ້ນຄວ້າ ແລະ ຜະລິດວັກຊີນ ແລະ ຢາປິ່ນປົວ, ຍົກສູງອັດຕາການສັກວັກຊີນທົ່ວປວງຊົນ, ບັນລຸເປົ້າໝາຍໃຊ້ຄ່າທົດແທນຄືນໜ້ອຍທີ່ສຸດແຕ່ໄດ້ປະສິທິດດີທີ່ສຸດ.


ປັດຈຸບັນ, ອີງຕາມການປ່ຽນແປງໃໝ່ຂອງສະພາບພະຍາດໂຄວິດ-19, ຈີນກຳລັງບູລະນະມາດຕະການປ້ອງກັນ ແລະ ຄວບຄຸມໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ, ຮັບປະກັນການປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ແລະ ພັດທະນາເສດຖະກິດສັງຄົມຢ່າງເປັນເອກະພາບກັນໃຫ້ດີຂຶ້ນກວ່າເກົ່າ. ເຊື່ອໝັ້ນວ່າ ພາຍໃຕ້ການປະສານສົມທົບ ແລະ ສາມັກຄີກັນຂອງປະຊາຊົນຈີນ, ພວກເຮົາຍ່ອມຈະກ້າວເດີນເຂົ້າສູ່ໄລຍະໃໝ່ແຫ່ງການພັດທະນາເສດຖະກິດສັງຄົມຢ່າງໝັ້ນທ່ຽງ ແລະ ເປັນລະບຽບຮຽບຮ້ອຍ. ພວກເຮົາຈະສາມັກຄີ ແລະ ຮ່ວມມືກັບປະຊາຄົມໂລກ, ຊຸກຍູ້ໃຫ້ເສດຖະກິດໂລກຟື້ນຟູການເຕີບໂຕເພີ່ມຂຶ້ນຢ່າງປອດໃສ.