ລາວ-ຈີນເປີກສາຫາລືການບໍລິການຊໍາລະສະສາງເງິນຢວນຢູ່ສປປ ລາວ

2022-12-21 16:17:19 CRI


      ວັນທີ 19 ທັນວານີ້, ທະນາຄານແຫ່ງສປປ ລາວ ຮ່ວມກັບທະນາຄານອຸດສາຫະກຳການຄ້າ ຫຼື ICBC ສາຂານະຄອນຫຼວງວຽງຈັນ ໄດ້ສໍາມະນາກ່ຽວກັບການຊຳລະສະສາງຄ່າບໍລິການຕ່າງໆຜ່ານທະນາຄານດ້ວຍເງິນຢວນຢູ່ທີ່ນະຄອນຫຼວງວຽງຈັນ. ໂດຍການເຂົ້າຮ່ວມຂອງທ່ານ ບຸນເຫຼືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ທ່ານ ຊຸນເຟີງເຫຼີຍ ຜູ້ອໍານວຍການທະນາຄານອຸດສາຫະກໍາ ແລະ ການຄ້າຈີນ ຈໍາກັດ ສາຂານະຄອນຫຼວງວຽງຈັນ, ທ່ານ ຊ້ຽງຟ່າງຊຽງ ຜູ້ຕາງໜ້າສະຖານທູດຈີນ ປະຈໍາສປປ ລາວແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍລາວ-ຈີນ 400 ກວ່າທ່ານເຂົ້າຮ່ວມ.

      ທ່ານ ຊຸນເຟີງເຫຼີຍ ຜູ້ອໍານວຍການທະນາຄານ ICBC ສາຂານະຄອນຫຼວງວຽງຈັນກ່າວວ່າ: ມາຮອດປັດຈຸບັນ ທະນາຄານ ICBC ໄດ້ດໍາເນີນທຸລະກໍາຊໍາລະສະສາງເງິນຢວນພາຍໃນ ສປປ ລາວ ເປັນຈໍານວນ 25 ຕື້ຢວນໃນໄລຍະ 3 ປີຜ່ານມາ, ໂດຍສະເລ່ຍເພີ່ມຂຶ້ນ 40% ຕໍ່ປີ. ພາຍຫຼັງທະນາຄານຊຳລະສະສາງເງິນຢວນແຫ່ງສປປລາວໄດ້ສ້າງຕັ້ງຂຶ້ນແລ້ວ, ລະບົບຊິບຈະສາມາດສະໜອງການບໍລິການຕະຫຼອດ 24 ຊົ່ວໂມງ, ການຊຳລະສະສາງມີປະສິດທິພາບສູງຕາມມາດຕະຖານສາກົນ. ທັງມີຄວາມປອດໄພສູງໂດຍຈະມີສາຍອິນເຕີເນັດທີ່ນໍາໃຊ້ສາຍສະເພາະໂດຍກົງ.

       ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ກ່າວວ່າ: ການສ້າງຕັ້ງທະນາຄານຊໍາລະສະສາງເງິນຢວນແຫ່ງສປປ ລາວ ຈະເປັນອີກຊ່ອງທາງໜຶ່ງ ແລະເປັນຂົວຕໍ່ໃນການຊໍາລະຂ້າມແດນລະຫວ່າງ ສປປ ລາວ ແລະ ສປ ຈີນ ໃຫ້ວ່ອງໄວ, ປອດໄພ, ມີຄ່າທໍານຽມບໍລິການທີ່ຕໍ່າລົງ ແລະ ເຮັດໃຫ້ການຄຸ້ມຄອງການໄຫຼເຂົ້າ-ອອກຂອງເງິນລະຫວ່າງ ສປປ ລາວ ແລະ ສປ ຈີນ ສາມາດຄຸ້ມຄອງໄດ້ຢ່າງເປັນລະບົບຍິ່ງຂຶ້ນ, ເຊິ່ງເປັນບາດກ້າວໃໝ່ທີ່ຈະນໍາໃຊ້ສະກຸນເງິນທ້ອງຖິ່ນກໍຄືເງິນກີບ-ຢວນ ແລະ ຢວນ-ກີບເຂົ້າໃນການຄ້າການລົງທຶນ ເພື່ອຜັນຂະຫຍາຍ “ສັນຍາວ່າດ້ວຍການສົ່ງເສີມການນໍາໃຊ້ສະກຸນເງິນທ້ອງຖິ່ນກີບ-ຢວນ ” ແລະເປັນການຢັ້ງຢືນຄືນເຖິງຄູ່ຮ່ວມຊາຕາກໍາລາວ-ຈີນ ຂອງສອງພັກ-ສອງລັດຍຶດໝັ້ນຕະຫຼອດມາ.