ສາມັກຄີຄືພະລັງ, ສາມັກຄີກັນຈຶ່ງສາມາດໄດ້ຮັບໄຊຊະນະ

2022-12-21 13:12:27 CRI

 

    ວັນທີ 20 ທັນວານີ້ແມ່ນວັນສາມັກຄີສາກົນ. ອີງຕາມ “ຖະແຫຼງການສະຫັດສະວັດຂອງອົງການສະຫະປະຊາຊາດ” ຊີ້ໃຫ້ເຫັນວ່າ: “ສາມັກຄີ” ແມ່ນໜຶ່ງໃນຄ່ານິຍົມພື້ນຖານຂອງການພົວພັນສາກົນໃນສະຕະວັດທີ 21, ຜູ້ປະສົບໄພຫຼືຜູ້ທີ່ໄດ້ຮັບຜົນປະໂຫຍດໜ້ອຍກວ່າໝູ່ຄວນໄດ້ຮັບຄວາມຊ່ວຍເຫຼືອຈາກຜູ້ທີ່ໄດ້ຮັບຜົນປະໂຫຍດຫຼາຍກວ່າໝູ່. ໃນຮອບ 2 ເດືອນປາຍຜ່ານມານີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມກິດຈະກໍາການຕ່າງປະເທດຜ່ານຂອບຫຼາຍຝ່າຍທີ່ສໍາຄັນຫຼາຍຄັ້ງ, ເຊິ່ງໃນຄໍາປາໄສທີ່ສໍາຄັນຕ່າງໆຂອງເພິ່ນນັ້ນ, ຄໍາວ່າ “ສາມັກຄີ” ແມ່ນໜຶ່ງໃນຄໍາສັບສໍາຄັນທີ່ເພິ່ນໄດ້ເນັ້ນໜັກ.


    ວັນທີ 15 ພະຈິກແລ້ວນີ້, ທ່ານ ສີຈິ້ນຜິງ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ G20 ຄັ້ງທີ 17 ທີ່ເກາະບາຫຼີ ປະເທດອິນໂດເນເຊຍ ໂດຍໄດ້ອະທິບາຍຄວາມໝາຍສໍາຄັນຂອງຄວາມສາມັກຄີແລະການຮ່ວມມືເມື່ອປະເຊີນກັບວິກິດການນັ້ນ ຢ່າງເລິກເຊິ່ງ. “ສາມັກຄີຄືພະລັງ, ການແບ່ງແຍກກັນແມ່ນບໍ່ມີອະນາຄົດ” “ອະລິຍະທຳຂອງມວນມະນຸດໄດ້ກ້າວເຂົ້າສູ່ສະຕະວັດທີ 21, ແນວຄິດສົງຄາມເຢັນແມ່ນຫຼ້າສະໄໝມາແຕ່ດົນນານແລ້ວ” “ຄວາມຈະເລີນຮຸ່ງເຮືອງແລະຄວາມມີສະຖຽນລະພາບຂອງໂລກແມ່ນບໍ່ສາມາດບັນລຸໄດ້ບົນພື້ນຖານທີ່ຄົນທຸກຍາກຍິ່ງທຸກຍາກແລະຄົນຮັ່ງມີຍິ່ງຮັ່ງມີ” ຄໍາປາໄສທີ່ໜັກແໜ້ນເຫຼົ່ານີ້ໄດ້ສ່ອງແສງໃຫ້ເຫັນເຖິງກົດເກນທີ່ມວນມະນຸດມີຊາຕາກໍາຮ່ວມທຸກຮ່ວມສຸກນຳກັນ ເຊິ່ງໄດ້ຮັບສຽງສະຫນັບສະຫນູຢ່າງກວ້າງຂວາງ.


    ວັນທີ 18 ພະຈິກແລ້ວນີ້, ທ່ານ ສີຈິ້ນຜິງ ໄດ້ເຂົ້າຮ່ວມກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການການຮ່ວມມືເສດຖະກິດອາຊີປາຊີຟິກ ຫຼື APEC ຄັ້ງທີ 29 ທີ່ຈັດຂຶ້ນຢູ່ນະຄອນຫຼວງບາງກອກປະເທດໄທ ແລະໄດ້ກ່າວຄໍາປາໄສໂດຍຊີ້ໃຫ້ເຫັນວ່າ: ເສດຖະກິດຂອງອາຊີປາຊີຟິກເຕີບໂຕຢ່າງວ່ອງໄວໃນຮອບຫຼາຍສິບປີຜ່ານມາ, ແມ່ນໄດ້ຮັບຜົນປະໂຫຍດຈາກສະພາບແວດລ້ອມທີ່ສະຫງົບແລະໝັ້ນຄົງ. ບົດຮຽນທີ່ສໍາຄັນອັນໜຶ່ງກໍຄືຕ້ອງເຄົາລົບເຊິ່ງກັນແລະກັນ, ສາມັກຄີກັນແລະຮ່ວມມືກັນ, ເມື່ອພົບພໍ້ບັນຫາໃຫ້ແກ້ໄຂໂດຍຜ່ານການເປິກສາຫາລືຮ່ວມກັນ ເພື່ອສະແຫວງຫາສຽງສະຫນັບສະຫນູນຫຼາຍກວ່າໝູ່.


    ວັນທີ 9 ທັນວານີ້, ໃນກອງປະຊຸມສຸດຍອດຄະນະກຳມະການການຮ່ວມມືຈີນ-ປະເທດອາຣັບອ່າວເປີເຊຍ ຄັ້ງທຳອິດ, ທ່ານ ສີຈິ້ນຜິງ ໄດ້ສະເໜີສາຍພົວພັນຄູ່ຮ່ວມມື 4 ປະການຄື: ສາຍພົວພັນຄູ່ຮ່ວມມືທີ່ຊຸກຍູ້ຄວາມສາມັກຄີຮ່ວມກັນ, ສາຍພົວພັນຄູ່ຮ່ວມມືທີ່ສະແຫວງຫາການພັດທະນາຮ່ວມກັນ, ສາຍພົວພັນຄູ່ຮ່ວມມືທີ່ສ້າງຄວາມໝັ້ນຄົງຮ່ວມກັນ ແລະສາຍພົວພັນຄູ່ຮ່ວມມືທີ່ສ້າງຄວາມຈະເລີນຮຸ່ງເຮືອງດ້ານອະລິຍະທຳຮ່ວມກັນ.


    “ຄວາມໝາຍແລະຄຸນຄ່າຂອງຄູ່ຮ່ວມມື, ບໍ່ພຽງແຕ່ວ່າຮ່ວມມືກັນເຮັດສິ່ງໃດໃຫ້ສໍາເລັດໃນເວລາມີເງື່ອນໄຂສະດວກເທົ່ານັ້ນ, ຍິ່ງແມ່ນການຮ່ວມມືກ້າວໄປຂ້າງໜ້າພ້ອມກັນໃນເວລາພົບກັບຄວາມຫຍຸ້ງຍາກ.”


    “ສາມັກຄີຄືພະລັງ, ສາມັກຄີກັນຈຶ່ງສາມາດໄດ້ຮັບໄຊຊະນະ.”