ທະນາຄານໂລກອະນຸມັດເງິນທຶນເພີ່ມອີກ 610 ລ້ານໂດລາແກ່ອູແກຣນ

2022-12-21 11:46:40 CRI


    ວັນທີ 20 ທັນວານີ້, ທະນາຄານໂລກເປີດເຜີຍໃຫ້ຮູ້ວ່າ, ທະນາຄານໂລກໄດ້ອະນຸມັດແຜນລະດົມທຶນສະບັບເພີ່ມເຕີມທີ່ມີມູນຄ່າ 610 ລ້ານໂດລາ, ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະເທດອູແກຣນ.

    ທະນາຄານໂລກແຈ້ງໃຫ້ຮູ້ວ່າ, ການປະທະກັນລະຫວ່າງຣັດເຊຍ ແລະອູແກຣນຮຸນແຮງຂຶ້ນຢ່າງຕໍ່ເນື່ອງ ໄດ້ສົ່ງຜົນກະທົບຕໍ່ລະບົບສາທາລະນະສຸກ, ພື້ນຖານໂຄງລ່າງດ້ານພະລັງງານທີ່ສໍາຄັນ ແລະຕາໜ່າງຄົມມະນາຄົມຂອງອູແກຣນ, ແຜນລະດົມທຶນເພີ່ມເຕີມຈະຊ່ວຍເຫຼືອອູແກຣນຟື້ນຟູ ແລະສ້າງສາຄືນໃໝ່.