ເຫມາຍັນ: 1 ໃນ 24 ຈຸດແບ່ງລະດູການ

2022-12-22 16:51:07 CRI

    ວັນທີ 22 ທັນວານີ້ ກົງກັບຈຸດ “ເຫມາຍັນ” ເຊິ່ງເປັນຈຸດແບ່ງລະດູການທີ່ສໍາຄັນຕາມປະຕິທິນຂອງຈີນ. ຊາວຈີນມັກເວົ້າວ່າຈຸດ “ເຫມາຍັນ” ມີຄວາມສໍາຄັນຄືກັບບຸນກຸດຈີນ, ຢູ່ພາກໃຕ້ຂອງຈີນ, ມີປະເພນີໄຫວ້ບັນພະບຸລຸດ ແລະຈັດພາເຂົ້າເປັນຕົ້ນ. ຢູ່ພາກເໜືອຂອງຈີນ, ມີປະເພນີກິນກ້ຽວ.  ຈຸດ “ເຫມາຍັນ” ເປັນຂີດໝາຍສະແດງເຖິງການເຂົ້າສູ່ໄລຍະອາກາດໜາວຈັດ. ເວົ້າສໍາລັບວຽກງານກະສິກໍາແລ້ວ, ໄລຍະລະຫວ່າງ ຈຸດ “ເຫມາຍັນ” ແມ່ນໄລຍະທີ່ເໝາະສົມກັບການກໍ່ສ້າງຊົນລະປະທານ ແລະປັບປຸງເນື້ອທີ່ນາ.