ທ່ານ ວາງຢີ້ ແລະລັດຖະມົນຕີການຕ່າງປະເທດອົສຕຣາລີຈັດການສົນທະນາທາງການທູດ ແລະ ຍຸດທະສາດຈີນ-ອົສຕຣາລີ

2022-12-22 14:39:52 cri

ວັນທີ 21 ທັນວານີ້, ທ່ານ ວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ທີ່ເປິກສາແຫ່ງລັດ, ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນ ພ້ອມກັບທ່ານນາງ ເພນນີ ວອງ ລັດຖະມົນຕີກະຊວງການຕ່າງປະເທດອົສຕຣາລີ ໄດ້ຈັດການສົນທະນາທາງການທູດ ແລະ ຍຸດທະສາດຈີນ-ອົສຕຣາລີຮອບທີ 6.


ທ່ານ ວາງຢີ້ ກ່າວວ່າ: ໃນຫຼາຍປີຜ່ານມານີ້, ການພົວພັນຈີນ-ອົສຕຣາລີພົບກັບຄວາມຫຍຸ້ງຍາກລຳບາກ ແລະ ຄວາມລະອິດລະອ້ຽວ, ເຊິ່ງພວກເຮົາບໍ່ຢາກເຫັນ, ຕ້ອງຖອດຖອນບົດຮຽນດ້ານລົບຢ່າງເຕັມທີ່. ຈີນ ແລະ ອົສຕຣາລີບໍ່ມີຄວາມຂັດແຍ້ງກັນໃນປະຫວັດສາດ, ແລະບໍ່ເຄີຍປະທະກັນດ້ານຜົນປະໂຫຍດຈັກເທື່ອ, ຄວນ ແລະ ສາມາດກາຍເປັນຄູ່ຮ່ວມມືທີ່ຕ້ອງການເຊິ່ງກັນແລະກັນ. ການຮັກສາການຂະຫຍາຍສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ອົສຕຣາລີຢ່າງປອດໄສ ແລະ ໝັ້ນທ່ຽງ ແມ່ນສອດຄ່ອງກັບຜົນປະໂຫຍດທີ່ເປັນພື້ນຖານຂອງປະຊາຊົນສອງຊາດ, ທັງມີຜົນດີຕໍ່ການຊຸກຍູ້ສັນຕິພາບ ແລະ ການພັດທະນາຂອງພາກພື້ນອາຊີປາຊິຟິກ ກໍຄືຂອງໂລກ.


ທ່ານນາງ ເພນນີ ວອງ ກ່າວວ່າ: ສາຍພົວພັນອົສຕຣາລີ-ຈີນທີ່ໝັ້ນທ່ຽງແລະ ມີລັກສະນະສ້າງສັນ ແມ່ນສອດຄ່ອງກັບຜົນປະໂຫຍດຂອງສອງປະເທດແລະຂອງພາກພື້ນແຫ່ງນີ້. ລັດຖະບານອົສຕຣາລີຊຸດໃໝ່ຍຶດໝັ້ນນະໂຍບາຍຈີນດຽວ, ບໍ່ຂະຫຍາຍ ແລະ ຈະຄຸ້ມຄອງຄວາມຂັດແຍ້ງກັນລະຫວ່າງສອງປະເທດໃຫ້ດີ, ຟື້ນຟູ ແລະ ພັດທະນາການແລກປ່ຽນກັນໃນຂົງເຂດຕ່າງໆພາຍໃຕ້ຂອບການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງອົສຕຣາລີ-ຈີນ.