ປະທານາທິບໍດີອູແກຣນພົບປະກັບປະທານາທິບໍດີອາເມຣິກາ

2022-12-22 12:27:24 cri

ຕອນທ່ຽງວັນທີ 21 ທັນວານີ້, ທ່ານ ໂວໂລດີເມຍ ເຊເລນສະກີ ປະທານາທິບໍດີອູແກຣນໄດ້ພົບປະກັບທ່ານ ໂຈ ໄບເດັນ ປະທານາທິບໍດີອາເມຣະກາຢູ່ທຳນຽບປະທານາທິບໍດີອາເມລິກາ. ນີ້ແມ່ນທ່ານ ເຊເລນສະກີ ເດີນທາງອອກຈາກອູແກຣນເປັນເທື່ອທຳອິດ ເພື່ອຂໍການຊ່ວຍເຫຼືອດ້ານການທະຫານ ແລະ ເສດຖະກິດຈາກພັນທະມິດສາກົນຕື່ມອີກ ຫຼັງຈາກເກີດການປະທະກັນລະຫວ່າງຣັດເຊຍກັບ ອູແກຣນເປັນຕົ້ນມາ.


ທ່ານ ໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ປະກາດອີກຄັ້ງໜຶ່ງໃນກອງປະຊຸມຖະແຫຼງຂ່າວທີ່ຮ່ວມກັນຈັດຂຶ້ນວ່າ, ຈະສະໜອງການຊ່ວຍເຫຼືອທາງການທະຫານມູນຄ່າປະມານ 1,8 ຕື້ໂດລາສະຫະລັດເຊິ່ງລວມທັງລະບົບປ້ອງກັນໄພທາງອາກາດ, ແລະກ່າວວ່າ ອົງການພັດທະນາສາກົນອາເມຣິກາ ຫຼື USAID ໄດ້ໃຫ້ຄຳໝັ້ນສັນຍາໃນມື້ດຽວກັນວ່າ: ຈະສະໜອງການຊ່ວຍເຫຼືອດ້ານມະນຸດສະທຳສຸກເສີນໃຫ້ແກ່ອູແກຣນ ມູນຄ່າຫຼາຍກວ່າ 374 ລ້ານໂດລາສະຫະລັດ.