ທ່ານສີຈີ້ນຜິງພົບປະກັບທ່ານດີມີຕຣີ ເມັດເວເດັຟ ປະທານພັກຣັດເຊຍເປັນເອກະພາບ

2022-12-22 11:13:39 CRI


      ວັນທີ 21 ທັນວານີ້, ຢູ່ນະຄອນຫຼວງປັກກິ່ງ,  ທ່ານ ສີຈີ້ນຜິງ ເລຂາທິການ ໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ ໄດ້ພົບ ປະກັບທ່ານດີມີຕຣີ ເມັດເວເດັຟ ປະທານພັກຣັດເຊຍເປັນເອກະພາບ ທີ່ມາຢ້ຽມ ຢາມຈີນ ຕາມຄຳເຊີນຂອງພັກຄອມມູນິດຈີນ.


      ທ່ານ ສີຈີ້ນຜິງ ຊີ້ອອກວ່າ, ໃນ 10 ປີຜ່ານມານີ້, ການພົວພັນຈີນ-ຣັດເຊຍໄດ້ທົນຕໍ່ການທົດສອບແຫ່ງການປ່ຽນແປງຂອງສະພາບການສາກົນ ແລະ ຂະຫຍາຍຕົວໃນລະດັບສູງຢ່າງປອດໃສ ແລະ ໝັ້ນຄົງຕະຫຼອດມາ. ຈີນ ກັບ ຣັດເຊຍຂະຫຍາຍການພົວພັນຄູ່ຮ່ວມປະສານງານຍຸດທະສາດຮອບດ້ານໃນຍຸກ ໃໝ່ແມ່ນການຄັດເລືອກດ້ານຍຸດທະສາດອັນຍາວໄກຂອງສອງປະເທດ ໂດຍອີງ ຕາມສະພາບການຕົວຈິງຂອງປະເທດຕົນ. ຈີນຍິນດີຮ່ວມກັບຣັດເຊຍ ຊຸກຍູ້ການ ພົວພັນສອງປະເທດໃນຍຸກໃໝ່ໃຫ້ກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ, ພ້ອມກັນຊຸກຍູ້ ການຄຸ້ມຄອງທົ່ວໂລກ ໃຫ້ພັດທະນາໄປສູ່ທິດທາງທີ່ຍິ່ງຍຸຕິທຳ ແລະ ສົມເຫດ ສົມຜົນ.



      ທ່ານດີມີຕຣີ ເມັດເວເດັຟກ່າວວ່າ, ພັກຄອມມູນິດຈີນນຳພາປະເທດຈີນໄດ້ຮັບການພັດທະນາໃຫຍ່ຫຼວງກວ່າເກົ່າ ບໍ່ພຽງແຕ່ໄດ້ສ້າງຄວາມສຸກໃຫ້ແກ່ປະ ຊາຊົນ 1 ຕື້ 400 ລ້ານຄົນເທົ່ານັ້ນ, ຍັງມີຄວາມໝາຍສຳຄັນຕໍ່ທົ່ວໂລກຕື່ມອີກ. ພັກຣັດເຊຍເປັນເອກະພາບຍິນດີເພີ່ມທະວີການແລກປ່ຽນບົດຮຽນກ່ຽວກັບການ ປົກຄອງປະເທດ ແລະ ການປະຕິບັດວຽກງານທາງການເມືອງກັບພັກຄອມມູນິດ ຈີນ, ຕັ້ງໜ້າຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆ, ພ້ອມກັນລົງໂທດກຳລັງໜູນໜີບ ແລະ ມາດຕະການບໍ່ຍຸຕິທຳຕ່າງໆຈາກພາຍນອກ, ຊຸກຍູ້ການການພົວພັນຄູ່ຮ່ວມປະສານງານຍຸດທະສາດຮອບດ້ານຣັດເຊຍ-ຈີນໃຫ້ບັນລຸການຂະຫຍາຍຕົວຫຼາຍ ກວ່າເກົ່າ.