CMG ປະກາດເຄື່ອງໝາຍ ແລະ ສັດນຳໂຊກປະຈຳງານລາຕີສະຫຼອງບຸນກຸດຈີນ 2023

2022-12-22 14:59:29 cri

ວັນທີ 22 ທັນວານີ້, ວິທະຍຸໂທລະພາບສູນກາງຈີນ ຫຼື CMG ທີ່ຈະເປັນເຈົ້າພາບຈັດງານລາຕີສະຫຼອງບຸນກຸດຈີນ 2023 ພາຍໃຕ້ຫົວຂໍ້ “ປະເທດຈີນໃນຍຸກສະໄໝໃໝ່ທີ່ມີຊີວິດຊີວາ, ຊີວິດການເປັນຢູ່ດີງາມກວ່າເກົ່າທີ່ມີການປ່ຽນແປງຢູ່ເລື້ອຍໆ”, ທັງໄດ້ປະກາດເຄື່ອງໝາຍ ແລະ ສັດນຳໂຊກຮູບກະຕ່າຍຢ່າງເປັນທາງການ.

ກະຕ່າຍໂຕນີ້ມີຄວາມໜ້າຮັກ, ມີດວງຕາໃຫຍ່ທີ່ສົດໃສ, ເຊິ່ງບໍ່ພຽງແຕ່ສະແດງໃຫ້ເຫັນເຖິງຄວາມນິຍົມຊົມຊອບຂອງປະຊາຊົນຈີນອັນມະຫາສານເທົ່ານັ້ນ,ຍັງໄດ້ສ່ອງແສງໃຫ້ເຫັນເຖິງນ້ຳໃຈບຸກບືນສູ້ຊົນຂອງປະເທດຈີນຕື່ມອີກ.