ຈີນຮຽກຮ້ອງໃຫ້ເຄົາລົບອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊີຣີ

2022-12-22 11:17:45 CRI

     ວັນທີ 21 ທັນວານີ້, ທ່ານເກີງສວງ ຮອງຜູ້ຕາງໜ້າຖາວອນຈີນປະຈຳອົງການສະຫະປະຊາຊາດ  ໄດ້ກ່າວຄຳປາໄສໃນກອງປະຊຸມເປີດເຜີຍກ່ຽວກັບບັນຫາການເມືອງ ແລະ ມະນຸດສະທຳຢູ່ຊີຣີຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ, ທ່ານຮຽກຮ້ອງໃຫ້ເຄົາລົບອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊີຣີ.


 

    ທ່ານເກີງສວງກ່າວວ່າ, ໃນໄລຍະໜຶ່ງຜ່ານມານີ້, ສະຖານະການຢູ່ຊີຣີໄດ້ປັ່ນປ່ວນຢ່າງຕໍ່ເນື່ອງ. ຕູຣາເຄຍ ແລະ ອິສຣາແອນໄດ້ໂຈມຕີຊີຣີຢູ່ເລື້ອຍໆ. ຊີຣີແມ່ນປະເທດອະທິປະໄຕແຫ່ງໜຶ່ງ. ການເຄື່ອນໄຫວທາງການທະຫານໃດໆຢູ່ພາຍໃນຊີຣີ, ຖ້າບໍ່ໄດ້ຮັບຄວາມເຫັນດີຈາກລັດຖະບານຊີຣີ, ບໍ່ວ່າມີຂໍ້ອ້າງແນວໃດກໍຕາມ, ແມ່ນຖືວ່າໄດ້ລ່ວງລະເມີີດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊີຣີແລ້ວ. ຈີນຮຽກຮ້ອງໃຫ້ຕູຣາເຄຍ ແລະ ອິສຣາແອນຍຸດຕິການໂຈມຕີຂ້າມຊາດໃນທັນທີ, ຍຶດໝັ້ນແກ້ໄຂບັນຫາ ທີ່ກ່ຽວຂ້ອງໂດຍຜ່ານການສົນທະນາ ແລະ ການເປິກສາຫາລື.

 

    ທ່ານເກີງສວງກ່າວຕື່ມວ່າ, ການແກ້ໄຂບັນຫາຊີຣີຢ່າງເໝາະສົມ, ເວົ້າເລື່ອງກົກຮາກແລ້ວກໍຕ້ອງຜ່ານວິທີທາງການທູດ. ການແກ້ໄຂບັນຫາໂດຍ ຜ່ານວິທີທາງການທູດຍິ່ງໄວເທົ່າໃດ, ຄວາມຫຍຸ້ງຍາກລຳບາກຂອງປະຊາຊົນຊີຣີ ກໍຈະສິ້ນສຸດລົງໄວເທົ່ານັ້ນ.

 

 

 

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ