ຜູ້ຕາງໜ້າຖາວອນຈີນກ່າວເນັ້ນວ່າ: ການເຄື່ອນໄຫວກ່ຽວກັບມຽນມາຂອງສະພາ ຄວາມໝັ້ນຄົງຕ້ອງລະມັດລະວັງທີ່ສຸດ

2022-12-22 17:04:23 CRI

    ວັນທີ 21 ທັນວານີ້, ທ່ານ ຈ່າງຈວິ່ນ  ຜູ້ຕາງໜ້າຖາວອນຈີນປະຈຳອົງການ ສະຫະປະຊາຊາດກ່າວວ່າ, ການເຄື່ອນໄຫວ ກ່ຽວກັບມຽນມາຂອງສະພາຄວາມ ໝັ້ນຄົງ ຕ້ອງມີຄວາມລະມັດລະວັງທີ່ສຸດ.


 

    ທ່ານຈ່າງຈວິ່ນ ກ່າວຕື່ມວ່າ, ບັນຫາມຽນມາຍັງບໍ່ມີວິທີແກ້ໄຂໂດຍໄວ ແລະຍັງບໍ່ມີແຜນການແກ້ໄຂຈາກພາຍນອກ. ປະຊາຄົມໂລກຄວນຍຶດໝັ້ນທິດທາງທີ່ ຖືກຕ້ອງເພື່ອສ້າງໃຫ້ມີສັນຕິພາບ ແລະ ຊຸກຍູ້ຈັດການເຈລະຈາ, ພາຍໃຕ້ເງື່ອນ ໄຂທີ່ເຄົາລົບອະທິປະໄຕ ການເມືອງເປັນເອກະລາດ ຜືນແຜ່ນດິນອັນຄົບຖ້ວນ ແລະ ຄວາມເປັນເອກະພາບກັນຂອງມຽນມາ, ເສີມຂະຫຍາຍບົດບາດທີ່ມີລັກ ສະນະສ້າງສັນເພື່ອຊຸກຍູ້ໃຫ້ຝ່າຍຕ່າງໆຂອງມຽນມາສົນທະນາກັນດ້ວຍເຫດແລະຜົນເພື່ອແກ້ໄຂຂໍ້ຂັດແຍ່ງກັນ. ມຽນມາເປັນສະມາຊິກອາຊຽນ, ອາຊຽນມີທ່າແຮງ ພິເສດໃນການແກ້ໄຂບັນຫາກ່ຽວກັບມຽນມາ. ປະຊາຄົມໂລກຄວນສືບຕໍ່ຮັບຟັງ ຄວາມເຫັນຂອງອາຊຽນ, ເຄົາລົບ “ຮູບການອາຊຽນ”, ສະໜັບສະໜູນອາຊຽນສາມັກຄີກັນ ແລະ ຢູ່ໃນຖານະການນຳ.

  

    ທ່ານຈ່າງຈວິ່ນ ກ່າວຕື່ມອີກວ່າ, ການເຄື່ອນໄຫວຂອງສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດຕ້ອງມີຄວາມລະມັດລະວັງທີ່ສຸດ. ການນຳໃຊ້ສະພາ ຄວາມໝັ້ນຄົງເພີ່ມແຮງກົດດັນ ແລະດຳເນີນການຂົ່ມຂູ່ຢູ່ເລື້ອຍໆ, ບໍ່ພຽງແຕ່ຈະ ເຮັດໃຫ້ຂໍ້ຂັດແຍ້ງຮ້າຍແຮງຂຶ້ນເທົ່ານັ້ນ, ຍັງຈະເພີ່ມທະວີການເປັນປໍລະປັກກັນ, ເຮັດໃຫ້ສະຖານະການສັບສົນຂຶ້ນ ແລະ ເຮັດໃຫ້ວິກິດການແກ່ຍາວເປັນເວລາດົນນານຕື່ມອີກ.