ລັດຖະບານຍີປຸ່ນຕົກລົງງົບປະມານສົກການເງິນ 2023

2022-12-22 16:33:17 CRI

 

     ສະມາຄົມວິທະຍຸຍີ່ປຸ່ນລາຍງານໃຫ້ຮູ້ໃນວັນທີ 22 ທັນວານີ້ວ່າ: ມື້ດຽວກັນນີ້ລັດຖະບານຍີ່ປຸ່ນໄດ້ຕົກລົງງົບປະມານສົກການເງິນ 2023 ມູນຄ່າ 114.380 ຕື້ເຢັນ, ເຊິ່ງຫຼາຍກວ່າ 110.000 ຕື້ເຢັນເປັນຄັ້ງທໍາອິດ, ໂດຍໄດ້ສ້າງສະຖິຕິໃໝ່. ພ້ອມກັນນັ້ນ, ເພື່ອຮັບປະກັນແຫຼ່ງທຶນຂອງງົບປະມານ, ລັດຖະບານຍີ່ປິ່ນຈະຈໍາໜ່າຍພັນລະບັດລັດຖະບານມູນຄ່າ 35.620 ຕື້ເຢັນ.

     ສື່ມວນຊົນຍີ່ປຸ່ນລາຍງານວ່າ, 1 ສ່ວນ 3 ຂອງລາຍຈ່າຍການເງິນແມ່ນຕ້ອງອາໄສພັດທະບັດລັດຖະບານ, ເຊິ່ງສະແດງໃຫ້ເຫັນວ່າບັນຫາການເງິນຂອງຍີ່ປຸ່ນຍັງມີຄວາມຫຍຸ້ງຍາກໜັກໜ່ວງຄືເກົ່າ.