ເອີລົບບໍ່ຮ່ວມມືກັບຈີນຈະເສຍກຳລັງແກ້ງແຍ້ງ

2022-12-22 12:29:04 cri

ວັນທີ 21ທັນວານີ້, ທ່ານ ວິກເຕີ ອໍບານ ນາຍົກລັດຖະມົນຕີຮົງກາຣີໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວປະຈຳປີວ່າ: ໃນຫຼາຍປີມໍ່ໆມານີ້, ຈີນໄດ້ກາຍເປັນປະເທດໜຶ່ງໃນບັນດາປະເທດທີ່ລົງທຶນຫຼາຍກວ່າໝູ່ຢູ່ຮົງກາລີ. ທ່ານຫວັງຢາກເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ ແລະການຄ້າລະຫວ່າງເອີຣົບກັບຈີນ ແລະຮົງກາລີກັບຈີນຕື່ມອີກ.


ທ່ານອໍບານເຫັນວ່າ: ຢູ່ເອີລົບ ບາງຄົນມີຄວາມເຫັນໃຫ້ຕັດການພົວພັນກັບຈີນ, ນີ້ເປັນຄວາມຜິດພາດອັນໃຫຍ່ຫຼວງ. ຈີນບໍ່ພຽງແຕ່ເປັນຜູ້ບໍລິໂພກດ້ານເຕັກໂນໂລຊີທີ່ທັນສະໄໝກວ່າໝູ່ຢູ່ໃນໂລກເທົ່ານັ້ນ, ຍັງເປັນຜູ້ປະດິດສ້າງຕື່ມອີກ. ເຕັກນິກແກນກາງທີ່ຈີນປະດິດສ້າງແມ່ນທັນສະໄໝກວ່າຮົງກາລີ, ຮົງກາລີຕ້ອງການຄວາມຮູ້ດ້ານວິຊາການເຫຼົ່ານີ້ ພ້ອມທັງຕ່ອງໂສ້ອຸດສາຫະກຳ ແລະ ວິຊາການທີ່ກ່ຽວຂ້ອງ. ສະນັ້ນ, ລັດຖະບານຮົງກາລີ ໄດ້ສະໜັບສະໜູນການຮ່ວມມືດ້ານເສດຖະກິດກັບປະເທດຕາເວັນອອກທີ່ຈະເລີນໃໝ່. ທ່ານອໍບານກ່າວຕື່ມວ່າ: ຖ້າວ່າ ເອີລົບບໍ່ຮ່ວມມືກັບຈີນ ກໍຈະເສຍກຳລັງແກ້ງແຍ້ງ.


ນອກຈາກນີ້, ທ່ານ ອໍບານ ຍັງຍ້ອງຍໍວິສາຫະກິດຈີນທີ່ໄດ້ສ້າງຕຳແໜ່ງງານແລະຄຸນຄ່າທາງສັງຄົມໃຫ້ແກ່ຮົງກາລີຕື່ມອີກ.