ອາເມຣິກາແທນທີ່ຈະແກ້ໄຂສະພາບການແພ່ລະບາດຂອງພະຍາດໂຄວິດ-19 ໃນປະເທດຕົນຢ່າງຈິງຈັງ ພັດຍັງອົດສາມາໃສ່ຮ້າຍປ້າຍສີຈີນອີກ

2022-12-22 19:10:26 cri

  

  ຫວ່າງມໍ່ໆມານີ້, ຈີນຜ່ອນຜັນນະໂຍບາຍປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງໄດ້ເຮັດໃຫ້ສື່ມວນຊົນພາຍໃນ ແລະ ຕ່າງປະເທດສົນໃຈນຳຢ່າງຫຼວງຫຼາຍ, ໃນຂະນະດຽວກັນ ກໍຍັງມີບາງຄົນທີ່ມີເຈຕະນາບໍ່ດີອອກມາຊີ້ໄມ້ຊີ້ມືຕໍ່ສະພາບການແພ່ລະບາດຂອງພະຍາດໂຄວິດ-19 ຂອງຈີນ. ໃນວັນທີ 19 ທັນວານີ້, ທ່ານ ແນັດ ໄພຣ ໂຄສົກກະຊວງການຕ່າງປະເທດອາເມຣິກາກ່າວວ່າ: ສະຖານະການຂອງຈີນໃນປັດຈຸບັນ ໄດ້ສ້າງຄວາມວິຕົກກັງວົນຕໍ່ທົ່ວໂລກ. ນອກນີ້ທ່ານໄດ້ກ່າວຕື່ມວ່າ: ຈີນປະຕິບັດນະໂຍບາຍຕ້ານກັບການແພ່ລະບາດຂອງພະຍາດໂຄວິດ-19 ທີ່ເຂັ້ມແຂງກວ່າເກົ່າ, ບໍ່ພຽງແຕ່ມີຜົນດີຕໍ່ປະເທດຈີນເທົ່ານັ້ນ, ຫາກຍັງມີຜົນດີຕໍ່ທົ່ວໂລກອີກດ້ວຍ. ທ່ານ ໄພຣ ຍັງກ່າວຕໍ່ໄປວ່າ: ອາເມຣິກາເປັນຫ່ວງວ່າ “ການແພ່ລະບາດຂອງພະຍາດໂຄວິດ-19 ຢູ່ປະເທດຈີນ ຈະພາໃຫ້ເຊື້ອພະຍາດກາຍພັນໃໝ່ເກີດຂຶ້ນ.”

  ນັບແຕ່ເກີດການແພ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ, ລັດຖະບານຈີນຍຶດໝັ້ນຕໍ່ຊີວິດຂອງປະຊາຊົນເໜືອທຸກສິ່ງທຸກຢ່າງ, ໄດ້ປະຕິບັດນະໂຍບາຍປ້ອງກັນພະຍາດໂຄວິດ-19 ບົນພື້ນຖານສະພາບແຫ່ງຊາດຂອງຕົນ ແລະ ສອດຄ່ອງກັບຜົນປະໂຫຍດຂອງປະຊາຊົນຈີນໃນວົງກວ້າງທີ່ສຸດ. ຄວາມຈິງໄດ້ພິສູໃຫ້ເຫັນວ່າ: ໃນໄລຍະ 3 ປີຜ່ານມາ, ນະໂຍບາຍປ້ອງກັນ ແລະ ຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19 ຂອງຈີນ ຮັກສາໄດ້ເຖິງຄວາມໝັ້ນຄົງດ້ານຊີວິດ ແລະ ສຸຂະພາບຂອງປະຊາຊົນຈົນເຖິງທີ່ສຸດ, ໄດ້ຫຼຸດຜ່ອນຜົນກະທົບຕໍ່ການພັດທະນາເສດຖະກິດສັງຄົມຈົນສາມາດທີ່ຫຼຸດຜ່ອນໄດ້ຈາກການແພ່ລະບາດຂອງພະຍາດ. ນອກນີ້ ຍັງໄດ້ດຶງເວລາອັນລ້ຳຄ່າໃຫ້ແກ່ການຊອກຮູ້ສະພາບການແພ່ລະບາດຂອງພະຍາດຢ່າງວິທະຍາສາດ, ຄົ້ນຄວ້າຜະລິດວັກຊີນ ແລະ ຢາປິ່ນປົວພະຍາດໂຄວິດ-19 ແລະ ຍົກສູງອັດຕາການສັກວັກຊີນຂອງປະຊາຊົນໃນທົ່ວປະເທດຈີນ.

  ໃນໄລຍະ 3 ປີຜ່ານມາ, ປະເທດຈີນມີຜູ້ຖືກບົ່ງມະຕິວ່າ ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 2 ແສນ 8 ໝື່ນ 8 ພັນກໍລະນີ, ຈຳນວນຜູ້ເສຍຊີວິດຍ້ອນເປັນພະຍາດໂຄວິດ-19 ກາຍ 5 ພັນເລັກໜ້ອຍ. ອີງຕາມສະຖິຕິຫຼ້າສຸດທີ່ມະຫາວິທະຍາໄລຈອນ ຮອບກິນ ຂອງອາເມຣິກາເປີດເຜີຍໃຫ້ເຫັນວ່າ: ນັບມາຮອດວັນທີ 20 ທັນວານີ້, ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ຂອງອາເມຣິກາຫຼາຍກວ່າ 100 ລ້ານກໍລະນີ ແລະ ມີຜູ້ເສຍຊີວິດທັງໝົດຫຼາຍກວ່າ 1 ລ້ານ 8 ໝື່ນຄົນ. ຈຳນວນປະຊາກອນຂອງຈີນແມ່ນ 4,3 ເທົ່າຂອງອາເມຣິກາ, ຖ້າວ່າ ປະເທດຈີນປະຕິບັດນະໂຍບາຍປ້ອງກັນພະຍາດໂຄວິດ-19 ຄືອາເມຣິກາ, ປະຊາຊົນຈີນຈະມີຄົນຕິດເຊື້ອພະຍາດໂຄວິດ-19 ເຖິງ 425 ລ້ານ ແລະ ຈະມີຜູ້ເສຍຊີວິດເຖິງ 4 ລ້ານ 7 ແສນຄົນ. ຫວ່າງມໍ່ໆມານີ້, ໃນໂອກາດແລກປ່ຽນກັບສື່ມວນຊົນຈີນ, ທ່ານ ຈອນ ໂຣສ ນັກເສດຖະສາດອັງກິດໄດ້ໃຫ້ຄວາມເຫັນວ່າ: “ໃນໄລຍະ 3 ປີຜ່ານມາ, ນະໂຍບາຍຈຳກັດໂຄວິດ-19 ໃຫ້ເປັນສູນໃນທຸກເວລາຂອງລັດຖະບານຈີນ ໄດ້ກອບກູ້ເອົາຊີວິດປະຊາກອນປະມານ 4 ລ້ານ 6 ແສນຄົນ.”

  ຈີນປັບປຸງນະໂຍບາຍ ແລະ ມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ຍັງໄດ້ຮັບຄວາມເຫັນດີເຫັນພ້ອມຈາກອົງການອະນາໄມໂລກ. ທ່ານມີເຊີ ຣຸຍອານ ຜູ້ອໍານວຍການເຫດການສຸກເສິນດ້ານສາທາລະນະສຸກຂອງອົງການອະນາໄມໂລກ ຫຼື WHO ກ່າວວ່າ: ດີໃຈທີ່ໄດ້ເຫັນປະເທດຈີນພວມປັບປຸງນະໂຍບາຍປ້ອງກັນພະຍາດໂຄວິດ-19.

  ວັນທີ 20 ທັນວາປີນີ້, ທ່ານ ນາງເໝົານິງ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນກອງປະຊຸມຖະແຫຼງຂ່າວ, ທ່ານເຊື່ອໝັ້ນວ່າ: ພາຍໃຕ້ຄວາມສາມັກຄີກັນ ແລະ ການຮ່ວມແຮງຮ່ວມໃຈກັນຂອງປະຊາຊົນຈີນ, ປະເທດຈີນຈະກ້າວສູ່ໄລຍະແຫ່ງການພັດທະນາເສດຖະກິດ-ສັງຄົມຄັ້ງໃໝ່ຢ່າງໝັ້ນທ່ຽງ ແລະ ມີຄວາມເປັນລະບຽບຮຽບຮ້ອຍຢ່າງແນ່ນອນ. ພ້ອມກັນນັ້ນ, ປະເທດຈີນຍັງຍິນດີສືບຕໍ່ຮ່ວມມືກັບປະຊາຄົມໂລກ, ຮ່ວມກັນຮັບມືກັບສິ່ງທ້າທາຍຈາກສະພາບການແພ່ລະບາດຂອງພະຍາດໂຄວິດ-19, ປົກປັກຮັກສາຊີວິດ ແລະ ສຸຂະພາບຂອງປະຊາຊົນໃຫ້ດີກວ່າເກົ່າ, ຊຸກຍູ້ໃຫ້ເສດຖະກິດໂລກຟື້ນຟູການເຕີບໂຕ, ສົ່ງເສີມການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ. ສ່ວນອາເມຣິກາເອງ ຄວນສຸມກຳລັງເຂົ້າໃນການແກ້ໄຂບັນຫາການແພ່ລະບາດຂອງພະຍາດໂຄວິດ-19 ຂອງປະເທດຕົນຢ່າງຈິງຈັງຈະດີກວ່າ, ເຊື່ອວ່າຈະມີປະສິດທິຜົນດີກວ່າເກົ່າ.