ອາເມຣິກາແຊກແຊງບັນຫາທະເລຈີນໃຕ້ ໃນທີ່ສຸດກໍຈະເປັນການເສຍແຮງລ້າໆ

2022-12-23 17:17:40 cri

ວັນທີ 19 ທັນວານີ້ຕາມເວລາທ້ອງຖິ່ນ, ທ່ານ ເນດ ໄພຣ ໂຄສົກກະຊວງການຕ່າງປະເທດ ຂອງອາເມຣິກາໄດ້ອອກຖະແຫຼງການວ່າ: “ອາເມຣິກາສະໜັບສະໜູນຟິລິບປິນໃນບັນຫາທະເລຈີນໃຕ້”, ອາເມຣິກາຈະຮ່ວມກັບຟິລິບປິນ ເພື່ອປົກປ້ອງລະບຽບສາກົນທີ່ສ້າງຂຶ້ນຢູ່ບົນພື້ນຖານລະບຽບການ ແລະ ຄວາມເສລີໃນການເດີນເຮືອຢູ່ທະເລຈີນໃຕ້ຕາມກົດໝາຍສາກົນ”. ໂດຍແນໃສ່ຖະແຫຼງການ “ກໍ່ເຫດຫາເລື່ອງ” ສະບັບດັ່ງກ່າວຂອງອາເມຣິກາ, ໂຄສົກສະຖານທູດຈີນປະຈໍາຟິລິບປິນໄດ້ສະແດງການປະທ້ວງ ແລະຄັດຄ້ານຢ່າງແຂງແຮງໃນວັນທີ 20 ທັນວານີ້.


ທະເລຈີນໃຕ້ ເປັນສວນບ້ານຮ່ວມກັນຂອງປະເທດຕ່າງໆໃນພາກພື້ນ. ການ ຮັກສາສັນຕິພາບ ແລະ ສະຖຽນລະພາບຂອງທະເລຈີນໃຕ້ ແລະ ສ້າງທະເລຈີນໃຕ້ ໃຫ້ເປັນ “ທະເລແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື” ແມ່ນສອດຄ່ອງ ກັບຜົນປະໂຫຍດຂອງຝ່າຍຕ່າງໆ. ໃນຫຼາຍສິບປີມານີ້, ຈີນ ແລະ ອາຊຽນໄດ້ ສົນທະນາກັນຢ່າງໃກ້ຊິດ, ຕັ້ງໜ້າສະແຫວງຫາແຜນການ ແລະ ຊ່ອງທາງການຄວບຄຸມ ແລະ ແກ້ໄຂຂໍ້ຂັດແຍ້ງກ່ຽວກັບທະເລຈີນໃຕ້ ແລະ ໄດ້ກໍ່ຕົວເປັນວິທີ ຄວບຄຸມ ແລະ ແກ້ໄຂຂໍ້ຂັດແຍ້ງທີ່ມີປະສິດທິຜົນເປັນກ້າວໆ. ໂດຍສະເພາະໃນ 10 ປີ ຜ່ານມາ, ຈີນ ແລະ ອາຊຽນ ໄດ້ຜ່ານການຮັບຮອງທິດທາງການຈັດຕັ້ງປະຕິບັດ “ຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍໃນທະເລຈີນໃຕ້”, ເລີ່ມ ເປິກສາຫາລືກ່ຽວກັບ “ກົດແຫ່ງການປະພຶດໃນທະເລຈີນໃຕ້”, ອອກຖະແຫຼງການຮ່ວມກ່ຽວກັບການຈັດຕັ້ງປະຕິບັດ “ຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍໃນທະເລຈີນໃຕ້” ຢ່າງຮອບດ້ານແລະມີປະສິດທິຜົນ ເຊິ່ງໄດ້ລະບຸຄວາມສໍາຄັນຂອງການຈັດຕັ້ງປະຕິບັດ “ຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍໃນທະເລຈີນໃຕ້” ຢ່າງຮອບດ້ານແລະມີປະສິດທິຜົນຕື່ມອີກ.

ໃນເດືອນພະຈິກ ປີ 2021, ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ເຂົ້າຮ່ວມ ແລະເປັນປະທານຈັດກອງປະຊຸມສຸດຍອດເພື່ອລະນຶກຈີນ ແລະ ອາຊຽນສ້າງຕັ້ງການພົວພັນຄູ່ເຈລະຈາຄົບຮອບ 30 ປີ ໂດຍຜ່ານທາງວີດີໂອ, ທ່ານໄດ້ກ່າວເນັ້ນວ່າ: ຈະສ້າງທະເລຈີນໃຕ້ໃຫ້ເປັນ “ທະເລແຫ່ງສັນຕິພາບ, ມິດຕະພາບ ແລະ ການ ຮ່ວມມື”. ກ່ອນໜ້ານີ້ບໍ່ດົນ, ກອງປະຊຸມຜູ້ນໍາຈີນ-ອາຊຽນຄັ້ງທີ 25 ທີ່ຈັດຂຶ້ນຢູ່ ນະຄອນຫຼວງພະນົມເປັນຂອງກໍາປູເຈຍ ໄດ້ອອກຖະແຫຼງການຮ່ວມ ເພື່ອລະນຶກ ການລົງນາມໃນຖະແຫຼງການແຫ່ງປະພຶດຂອງບັນດາຝ່າຍໃນທະເລຈີນໃຕ້ ຄົບຮອບ 20 ປີ ແລະ ໄດ້ບັນທຶກ “ທະເລແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື” ເຂົ້າໃນຖະແຫຼງການຮ່ວມສະບັບນີ້ ເຊິ່ງໄດ້ສ່ອງແສງໃຫ້ເຫັນວ່າ: ປະເທດຕ່າງໆ ໃນພາກພື້ນຕອບສະໜອງ ແລະ ສະໜັບສະໜູນນະໂຍບາຍທະເລຈີນໃຕ້ຂອງຈີນ ຢ່າງຕັ້ງໜ້າ ພ້ອມທັງສະແດງໃຫ້ເຫັນວ່າ: ຈີນ ແລະ ບັນດາປະເທດອາຊຽນ ໄດ້ມີຄວາມຮັບຮູ້ທີ່ເປັນເອກະພາບກັນກ່ຽວກັບການ “ຈະສ້າງທະເລຈີນໃຕ້ໃຫ້ເປັນຄືແນວໃດ”.

   ພຶດຕິກໍາຕົວຈິງຂອງການຮ່ວມມືລະຫວ່າງຈີນກັບອາຊຽນໃນ 30 ກວ່າປີຜ່ານ ມາໄດ້ພິສູດໃຫ້ເຫັນແລ້ວວ່າ: ຈີນ ແລະ ອາຊຽນມີຄວາມສາມາດໃນການຮ່ວມກັນຄວບຄຸມແລະຄຸ້ມຄອງຂໍ້ຂັດແຍ້ງຢູ່ທະເລຈີນໃຕ້ ແລະ ຮ່ວມກັນປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງທະເລຈີນໃຕ້ ເຊິ່ງບໍ່ພຽງແຕ່ມີຜົນດີຕໍ່ຄວາມຈະເລີນຮຸ່ງເຮືອງ ແລະ ການພັດທະນາຂອງພາກພື້ນເທົ່ານັ້ນ, ຫາກຍັງຈະເສີມຂະຫຍາຍບົດບາດສໍາຄັນເຂົ້າໃນການຊຸກຍູ້ການພັດທະນາຂອງເສດຖະກິດໂລກອີກດ້ວຍ. ແຕ່ຍັງມີບາງປະເທດຢູ່ນອກພາກພື້ນ ປ່າວປະກາດຖ້ອຍຄໍາທີ່ຫວັງທໍາລາຍສັນຕິພາບຂອງທະເລຈີນໃຕ້, ສົ່ງເຮືອບິນສູ້ຮົບ ແລະ ກໍາປັ່ນຮົບໄປແຜງລິດແຜງເດດຢູ່ທະເລຈີນໃຕ້ເລື້ອຍໆ, ຕັ້ງໃຈສ້າງຄວາມເຄັ່ງຕຶງ ແລະ ຂໍ້ຂັດແຍ້ງຢູ່ພາກພື້ນ ໂດຍມີຈຸດປະສົງເພື່ອຮັກສາຖານະເປັນປະເທດເຈົ້າອໍານາດຂອງຕົນ, ແຕ່ໃນທີ່ສຸດກໍຈະເປັນການເສຍແຮງລ້າໆຢ່າງແນ່ນອນ.