ວັນທີ 21 ທັນວານີ້, ພະນັກງານລົດພະຍາບານຫຼາຍກວ່າ 1 ໝື່ນຄົນຂອງອັງກິດ ໄດ້ນັດຢຸດງານ ເພື່ອຮຽກຮ້ອງໃຫ້ເພີ່ມເງິນເດືອນ, ເພີ່ມງົບປະມານ ແລະ ປັບປຸງສະພາບແວດລ້ອມການເຮັດວຽກໃຫ້ດີຂຶ້ນ. ການນັດຢຸດງານເຮັດໃຫ້ ອົງການບໍລິການການກອບກູ້ປິ່ນປົວສ່ວນຫຼາຍຂອງເຂດອິງແກລນ ແລະ ເວວ ໄດ້ຕົກຢູ່ໃນສະພາບ “ເຫດການສຸກເສີນ”. ກຳມະບານການແພດອັງກິດກ່າວວ່າ, ເຂົາເຈົ້າຈະສືບຕໍ່ນັດຢຸດງານສອງເທື່ອໃນວັນທີ 11 ແລະ ວັນທີ 23 ເດືອນ ມັງກອນປີໜ້າ ຈົນກວ່າຄວາມຮຽກຮ້ອງຕ້ອງການຂອງເຂົາເຈົ້າຈະໄດ້ຮັບການຕອບສະໜອງ.

ຂ່າວແຈ້ງໃຫ້ຮູ້ວ່າ, ນອກຈາກຂະແໜງການກອບກູ້ປິ່ນປົວແລ້ວ, ຂະແໜງ ການອື່ນໆຂອງອັງກິດ ເຊັ່ນ: ທາງລົດໄຟ, ໄປສະນີ ແລະ ຄົມມະນາຄົມ ສາທາລະນະເປັນຕົ້ນກໍພົບກັບສະພາບທີ່ຈຳນວນຜູ້ອອກແຮງງານບໍ່ພໍ, ລະດັບ ເງິນເຟີ້ສູງຂຶ້ນ ແລະ ລາຄາພະລັງງານເພີ່ມສູງຂຶ້ນເປັນຕົ້ນ. ນັບແຕ່ເດືອນພະຈິກ ປີນີ້ເປັນຕົ້ນມາ, ຫຼາຍຂະແໜງການຂອງອັງກິດ ໄດ້ພາກັນນັດຢຸດງານ ເພື່ອ ຮຽກຮ້ອງໃຫ້ເພີ່ມເງິນເດືອນ.