ອົງການ WTO: ຈັງຫວະການເຕີບໂຕດ້ານການຄ້າທາງບໍລິການທົ່ວໂລກ ອາດ ຈະຊຸດໂຊມລົງໃນໄຕມາດທີ 4 ປີ 2022

2022-12-23 11:02:53 CRI

    ວັນທີ 22 ທັນວານີ້, ອົງການການຄ້າ ຫຼື WTO ໄດ້ປະກາດ “ສະພາບການດ້ານການຄ້າທາງບໍລິການ” ສະບັບຫຼ້າສຸດ ໂດຍສະແດງໃຫ້ເຫັນວ່າ, ການຄ້າທາງບໍລິການຂອງໂລກ ອາດຈະຊຸດໂຊມລົງໃນໄຕມາດທີ 4 ປີ 2022 ແລະ ຈະສືບຕໍ່ຮັກສາສະພາບອ່ອນແອໃນບໍ່ເທົ່າໃດເດືອນຕົ້ນຂອງປີ 2023.


 

    ບົດລາຍງານສະບັບນີ້ສະແດງໃຫ້ເຫັນວ່າ, ຍ້ອນຈັງຫວະການເຕີບໂຕດ້ານເສດຖະກິດຂອງກຸ່ມເສດຖະກິດຕົ້ນຕໍຊ້າລົງ, ຕົວເລກດັດຊະນີກ່ຽວກັບສະພາບ ການຄ້າທາງບໍລິການທົ່ວໂລກໃນເດືອນຕຸລາປີ 2022 ໄດ້ຫຼຸດລົງເຖິງ 98,3 ເຊິ່ງຕ່ຳກວ່າເດືອນເມສາປີດຽວກັນຢ່າງຫຼວງຫຼາຍ.

 

     ເສັ້ນມາດຕະຖານຂອງຕົວເລກດັດຊະນີສະພາບການຄ້າທາງບໍລິການທົ່ວ ໂລກແມ່ນຢູ່ລະດັບ 100, ຖ້າຕົວເລກສູງກວ່າ 100 ສະແດງໃຫ້ເຫັນວ່າ, ການ ເຕີບໂຕດ້ານການຄ້າແມ່ນສູງກວ່າຕົວເລກຄາດໝາຍ, ຖ້າບໍ່ດັ່ງນັ້ນກໍໝາຍຄວາມວ່າການເຕີບໂຕດ້ານການຄ້້າແມ່ນຕ່ຳກວ່າລະດັບດັ່ງກ່າວ.