ສື່ອາເມຣິກາເປີດເຜີຍວ່າຝ່າຍທະຫານອາເມຣິກາຄວບຄຸມຫາງສຽງສັງຄົມທາງອອນລາຍ

2022-12-23 10:43:10 cri

ເວັບໄຊ “The Intercept” ທີ່ເປັນເວັບໄຊສຳຫຼວດຂອງອາເມຣິກາ ໄດ້ເປີດເຜີຍເມື່ອບໍ່ດົນມານີ້ໃຫ້ຮູ້ວ່າ: ກະຊວງປ້ອງກັນປະເທດອາເມຣິກາໄດ້ຮ່ວມມືກັບເວັບໄຊສື່ສັງຄົມອອນລາຍແບບລັບໆ ເຊິ່ງລວມທັງທະວິດເຕີເປັນເວລາຍາວນານ, ດຳເນີນທຸລະກິດຜູ້ໃຊ້ສື່ສັງຄົມອອນລາຍປອມ, ກໍ່ສົງຄາມຂ່າວສານຜ່ານທາງອອນລາຍຢູ່ເຂດຕາເວັນອອກກາງແລະອື່ນໆ, ກະຈາຍຂ່າວປອມເພື່ອຄວບຄຸມຫາງສຽງສັງຄົມ, ໃສ່ຮ້າຍປ້າຍສີປະເທດອື່ນ, ປ້ອງກັນອຳນາດບາດໃຫຍ່ຂອງຕົນ. ການຮ່ວມມືກັນລະຫວ່າງກະຊວງປ້ອງກັນປະເທດອາເມຣິກາກັບທະວິດເຕີຢ່າງໜ້ອຍແມ່ນເລີ່ມຂຶ້ນເມື່ອ 5 ປີກ່ອນ.


ນັກຂ່າວຂອງເວັບໄຊ “The Intercept” ກ່າວວ່າ: ນີ້ແມ່ນສົງຄາມຂ່າວສານຂອງຝ່າຍທະຫານອາເມຣິກາ, ເຂົາເຈົ້າໄດ້ສ້າງຜູ້ອອກຂ່າວປອມ ແລະ ຜູ້ໃຊ້ປອມ, ກໍ່ຫາງສຽງຢູ່ທົ່ວເຂດຕາເວັນອອກກາງ ແລະ ແຫ່ງຕ່າງໆຢູ່ໃນໂລກ, ປ່າວຂ່າວປອມຕໍ່ຄູ່ແຂ່ງຂັນຂອງອາເມຣິກາ, ໃສ່ຮ້າຍປ້າຍສີຕໍ່ອີຣານ, ຣັດເຊຍແລະປະເທດອື່ນ.

ເວັບໄຊ “monthly review” ຂອງອາເມຣິກາໄດ້ປະກາດບົດວິເຄາະວ່າ: ມີຫຼັກຖານນັບມື້ນັບຫຼາຍໄດ້ພິສູດໃຫ້ເຫັນວ່າ: ປະເທດຕາເວັນຕົກຄືອາເມຣິກາເປັນຕົ້ນໄດ້ປ່ຽນເວທີສື່ສັງຄົມອອນລາຍ ເປັນອາວຸດໃນສົງຄາມເຢັນຄັ້ງໃໝ່.