ທ່ານວາງຢີ້ສົນທະນາກັບທ່ານບຣີນເຄັນຜ່ານທາງໂທລະສັບຕາມການນັດໝາຍ

2022-12-23 15:05:55 cri

ວັນທີ 23 ທັນວານີ້, ທ່ານວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ທີ່ເປິກສາແຫ່ງລັດ, ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ສົນທະນາກັບທ່ານອັນໂຕນີ ບຣີນເຄັນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາຜ່ານທາງໂທລະສັບຕາມການນັດໝາຍ.


ທ່ານ ວາງຢີ້ ກ່າວວ່າ: ໃນເດືອນພະຈິກຜ່ານມາ, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານ ໂຈ ໄບເດັນ ປະທານາທິບໍດີອາເມຣິກາຢູ່ເກາະບາຫຼີຂອງອິນໂດເນເຊຍຢ່າງສຳເລັດຜົນ, ເຊິ່ງເປັນການນຳພາທາງຍຸດທະສາດໃນການຊຸກຍູ້ການພົວພັນລະຫວ່າງສອງປະເທດ ໃຫ້ກັບຄືນສູ່ວົງໂຄຈອນທີ່ປອດໃສແລະ ໝັ້ນທ່ຽງ. ສອງຝ່າຍໄດ້ຕິດຕໍ່ພົວພັນກັນຕາມຄວາມຮັບຮູ້ທີ່ເປັນເອກະພາບກັນລະຫວ່າງປະມຸກລັດສອງປະເທດ, ໂດຍລວມແລ້ວແມ່ນໄດ້ຮັບຜົນປະໂຫຍດສ່ວນໜຶ່ງ. ແຕ່ສິ່ງທີ່ຕ້ອງຊີ້ອອກນັ້ນແມ່ນ ອາເມຣິກາບໍ່ຄວນທັງສົນທະນາກັນ ແຕ່ຊ້ຳພັດໄດ້ທຳການສະກັດກັ້ນ; ດ້ານໜຶ່ງໄດ້ລົມການຮ່ວມມືກັນ, ຂະນະດຽວກັນຊ້ຳພັດໃຊ້ມີດຕໍ່ຈີນ. ອາເມຣິກາຕ້ອງໃຫ້ຄວາມສຳຄັນຕໍ່ຄວາມເອົາໃຈໃສ່ທີ່ເປັນທຳຂອງຈີນ, ຢຸດເຊົາການສະກັດກັ້ນ ແລະ ໂຈມຕີການພັດທະນາຂອງຈີນ.


ທ່ານ ບຣີນເຄັນ ກ່າວວ່າ: ອາເມຣິກາຍິນດີຮ່ວມກັບຈີນຊອກຄົ້ນຫຼັກການຊີ້ນຳສາຍພົວພັນລະຫວ່າງສອງປະເທດ, ຄຸ້ມຄອງການພົວພັນລະຫວ່າງອາເມຣິກາກັບຈີນຢ່າງມີຄວາມຮັບຜິດຊອບ, ດຳເນີນການຮ່ວມມືກັນໃນຂົງເຂດຕ່າງໆທີ່ສອດຄ່ອງກັບສິດແລະຜົນປະໂຫຍດຮ່ວມຂອງສອງຝ່າຍ. ອາເມຣິກາສືບຕໍ່ປະຕິບັດນະໂຍບາຍຈີນດຽວ ແລະບໍ່ສະໜັບສະໜູນໄຕ້ຫວັນເປັນເອກະລາດ.