ສະພາສູງອາເມຣິກາຜ່ານຍັດຕິງົບປະມານປີ 2023 ມູນຄ່າ 1700 ຕື້ໂດລາ

2022-12-23 10:55:35 cri

ວັນທີ 22 ທັນວານີ້, ສະພາສູງອາເມຣິກາໄດ້ຜ່ານຍັດຕິງົບປະມານປີ 2023 ມູນຄ່າ 1700 ຕື້ໂດລາ, ເຊິ່ງລວມທັງການສະໜອງງົບປະມານຮອດເດືອນກັນຍາປີໜ້າໃຫ້ລັດຖະບານອາເມຣິກາ, ພ້ອມທັງຮັກສາໄວ້ 38 ຕື້ໂດລາເພື່ອນຳໃຊ້ເຂົ້າໃນການສະໜັບສະໜູນດ້ານການຕ້ານໄພພິບັດສຸກເສີນ.


ຍັດຕິສະບັບດັ່ງກ່າວ ຍັງໄດ້ສະໜອງການຊ່ວຍເຫຼືອທາງການທະຫານ ແລະເສດຖະກິດມູນຄ່າ 45 ຕື້ໂດລາໃຫ້ແກ່ອູແກຣນ, ສະໜອງງົບປະມານມູນຄ່າ 12,9 ຕື້ໂດລາໃຫ້ແກ່ອູແກຣນ ເພື່ອໃຫ້ເສດຖະກິດມີຄວາມໝັ້ນທ່ຽງ, ສະໜອງງົບປະມານມູນຄ່າ 19,8 ຕື້ໂດລາເພື່ອຈັດຊື້ອາວຸດໃຫ້ກອງທັບອູແກຣນ ແລະ ປະເທດພັນທະມິດນາໂຕ.