ທ່ານປູຕິນກ່າວວ່າ: ເປົ້າໝາຍຂອງຣັດເຊຍແມ່ນສິ້ນສຸດການປະທະກັນລະຫວ່າງຣັດເຊຍ ກັບ ອູແກຣນ

2022-12-23 14:38:40 CRI

 

     ວັນທີ 22 ທັນວານີ້, ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍໄດ້ແລກປ່ຽນຄຳເຫັນກັບຜູ້ຕາງໜ້າສື່ມວນຊົນຢູ່ວັງແກລມແລັງ ໂດຍໄດ້ຕອບຄຳຖາມ ກ່ຽວກັບການປະທະກັນລະຫວ່າງຣັດເຊຍ ກັບ ອູແກຣນ. ທ່ານ ປູຕິນ ກ່າວວ່າ, ເປົ້າໝາຍຂອງຣັດເຊຍ ບໍ່ແມ່ນການເລັ່ງລັດການປະທະກັນລະຫວ່າງສອງປະເທດ ຫາກແມ່ນສິ້ນສຸດການປະທະກັນ. ຣັດເຊຍຈະສຸມກຳລັງເພື່ອສິ້ນສຸດການປະທະ ກັນ ໄວເທົ່າໃດຍິ່ງດີ.


 

    ມື້ດຽວກັນ, ທ່ານ ວາເລຣີ ເກຣາຊີມົຟ ຫົວໜ້າກົມໃຫຍ່ເສນາທິການຂອງກອງທັບຣັດເຊຍ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຣັດເຊຍກ່າວວ່າ, ນັບແຕ່ຣັດເຊຍດຳເນີນການເຄື່ອນໄຫວທາງການທະຫານພິເສດເປັນຕົ້ນມາ, ອາເມຣິກາ ແລະ ພັນທະມິດໄດ້ເພີ່ມທະວີການສະໜັບສະໜູນທາງການທະຫານ ໃຫ້ແກ່ອູແກຣນຢ່າງບໍ່ຢຸດຢັ້ງ ໂດຍມີຈຸດປະສົງເຮັດໃຫ້ການປະທະກັນເກີດຂຶ້ນ ເປັນເວລາດົນນານ. ໃນໄລຍະນີ້, ປະເທດຕາເວັນຕົກໄດ້ສະໜອງລົດຖັງ ຫຼາຍ ກວ່າ 350 ຄັນ, ລົດຫຸ້ມເກາະ 1.000 ຄັນ,  ຈະຫຼວດ 100 ກວ່າເຄື່ອງ, ຍົນເຮລີກົບເຕ 30 ລຳ, ຍົນບໍ່ມີຄົນຂັບຢ່າງໜ້ອຍ 5.000 ລຳໃຫ້ແກ່ອູແກຣນ. ນອກນີ້, ການສະໜັບສະໜູນດ້ານການເງິນຂອງຕ່າງປະເທດໃຫ້ອູແກຣນແມ່ນມີມູນຄ່າເກືອບ 100 ຕື້ໂດລາ, ໃນນັ້ນ ອາເມຣິກາ ແລະ ອັງກິດໄດ້ສະໜອງ ເງິນທຶນຫຼາຍທີ່ສຸດ.