ຈີນກ່າວປະນາມຢ່າງຮຸນແຮງຕໍ່ອາເມລິກາໃຊ້ຂໍ້ອ້າງບັນຫາສິດທິມະນຸດຢູ່ຕິເບດເພື່ອລົງໂທດເຈົ້າໜ້າທີ່ຂອງຈີນແບບຜິດກົດໝາຍ

2022-12-24 11:46:11 CRI

 

    ທ່ານນາງ ເໝົາໜີງ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫຼຂ່າວທີ່ຈັດຂຶ້ນໃນວັນທີ 23 ທັນວານີ້ວ່າ: ຝ່າຍອາເມລິກາໃຊ້ອັນທີ່ເອີ້ນວ່າບັນຫາ ສິດທິມະນຸດຢູ່ຕິເບດເປັນຂໍ້ອ້າງ ເພື່ອລົງໂທດເຈົ້າໜ້າທີ່ຂອງຈີນແບບຜິດກົດໝາຍ, ການກະທຳທີ່ກ່ຽວຂ້ອງຂອງຝ່າຍອາເມລິກາໄດ້ແຊກແຊງວຽກງານພາຍໃນຂອງຈີນຢ່າງຮ້າຍແຮງ, ພ້ອມທັງໄດ້ລະເມີດຫຼັກການພື້ນຖານໃນການພົວພັນສາກົນຢ່າງຮ້າຍແຮງ, ຝ່າຍຈີນ ຄັດຄ້ານຢ່າງເດັດດ່ຽວແລະປະນາມຢ່າງຮຸນແຮງຕໍ່ກັບເລື່ອງນີ້.

 

    ຕໍ່ກັບການປະພຶດທີ່ຜິດພາດຂອງຝ່າຍອາເມລິກາ, ຝ່າຍຈີນໄດ້ຕົກລົງນຳໃຊ້ມາດຕະການລົງໂທດຄືນຕໍ່ ຢູມ້າວຊຸນ ທີ່ເປິກສາວຽກງານຈີນຂອງອະດີດລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ ແລະ ທ໋ອດ ສຕິນ ຮອງຫົວໜ້າຫ້ອງການຄະນະກໍາມະການຈີນຂອງລັດຖະສະພາແລະອົງການບໍລິຫານຂອງອາເມລິກາ ທີ່ໄດ້ມີການປະພຶດທີ່ຮ້າຍແຮງໃນບັນຫາທີ່ກ່ຽວຂ້ອງກັບຈີນກໍຄືຕິເບດມາໂດຍຕະຫຼອດນັບແຕ່ມື້ນີ້ເປັນຕົ້ນໄປ.

 

    ທ່ານນາງ ເໝົາໜີງ ກ່າວເນັ້ນໜັກວ່າ: ວຽກງານຕິເບດເປັນວຽກງານພາຍໃນຂອງຈີນ,ອາເມລິກາບໍ່ມີສິດແລະບໍ່ມີຄຸນວຸດທິເຂົ້າແຊກແຊງໄດ້. ຖ້າຫາກເຂົ້າແຊກແຊງວຽກງານພາຍໃນຂອງຈີນຢ່າງຮ້າຍກາດ, ແນ່ນອນວ່າຈະຖືກຝ່າຍຈີນລົງໂທດຄືນຢ່າງເດັດດ່ຽວ. ແນວໃດກໍຕາມ, ພວກເຮົາຮຽກຮ້ອງໃຫ້ຝ່າຍອາເມລິກາຈົ່ງຖອນອັນທີ່ເອີ້ນວ່າການລົງໂທດ ແລະຍຸດຕິການແຊກແຊງວຽກງານຕິເບດກໍຄືວຽກງານພາຍໃນຂອງຈີນ.