ອົງການຄຸ້ມຄອງສື່ຂອງຣັດເຊຍກ່າວວ່າ: ສື່ສັງຄົມອອນລາຍຂອງອາເມຣິກາເຕັມໄປດ້ວຍຄຳຂີ້ຕົວະທີ່ຕ້ານຣັດເຊຍຈຳນວນຫຼວງຫຼາຍ

2022-12-24 10:38:15 cri

ວັນທີ 22 ທັນວານີ້, ອົງການໂທລະຄົມ ເຕັກນິຂໍ້ມູນຂ່າວສານ ແລະ ການຄຸ້ມຄອງສື່ມວນຊົນຂອງຣັດເຊຍແຈ້ງໃຫ້ຮູ້ວ່າ: ນັບແຕ່ການປະທະກັນລະຫວ່າງຣັດເຊຍ ແລະ ອູແກຣນໄດ້ຍົກລະດັບຂຶ້ນເປັນຕົ້ນມາ, ຝ່າຍຣັດເຊຍໄດ້ປິດກັ້ນຂ່າວປອມ 157.000 ຂໍ້. ຝ່າຍຣັດເຊຍກ່າວວ່າ: ໃນນີ້, ຂ່າວປອມຈຳນວນຫຼາຍແມ່ນມາຈາກສື່ສັງຄົມອອນລາຍຂອງອາເມຣິກາ ໂດຍມີຈຸດປະສົງເພື່ອທຳລາຍສະຖຽນລະພາບທາງສັງຄົມຂອງຣັດເຊຍ.


ອີງຕາມຕົວເລກຂໍ້ມູນທີ່ຝ່າຍຣັດເຊຍປະກາດໃຫ້ຮູ້ວ່າ: ພາຍຫຼັງຣັດເຊຍດຳເນີນການເຄື່ອນໄຫວທາງການທະຫານພິເສດບໍ່ພໍເທົ່າໃດມື້, ຈຳນວນຂ່າວປອມຜ່ານສື່ສັງຄົມອອນລາຍຂອງອາເມຣິກາໄດ້ເພີ່ມຂຶ້ນຢ່າງວ່ອງໄວ, ຈາກ 30 ຂໍ້ຕໍ່ມື້ເພີ່ມຂຶ້ນຮອດ 5.000 ກວ່າຂໍ້. ຫວ່າງມໍ່ໆມານີ້, ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດໂລກ ແລະ ການພົວພັນສາກົນຂອງສະພາບັນດິດວິທະຍາສາດຣັດເຊຍກ່າວວ່າ: ຣັດເຊຍພວມປະເຊີນກັບ “ກັບດັກດ້ານການໂຄສະນາທີ່ເປັນຕົວແບບ”, ລັດຖະບານອາເມຣິກາ 

ນຳໃຊ້ສື່ສັງຄົມອອນລາຍເພື່ອເປີດທ່າບຸກໃນການໂຄສະນາຕ້ານຣັດເຊຍ