ຈີນຕອບໂຕ້ກໍລະນີອາເມລິກາລົງນາມໃນຍັດຕິວ່າດ້ວຍການມອບສິດດ້ານການປ້ອງກັນປະເທດປີ 2023

2022-12-24 19:15:22 CRI

 

    ວັນທີ 24 ທັນວານີ້, ໂຄສົກກະຊວງການຕ່າງປະເທດຈີນແຈ້ງໃຫ້ຮູ້ວ່າ: ຕໍ່ກັບກໍລະນີທີ່ຝ່າຍອາເມລິກາຍຶດໝັ້ນຮັບຮອງແລະລົງນາມໃນຍັດຕິວ່າດ້ວຍການມອບສິດດ້ານການປ້ອງກັນປະເທດປີ 2023 ທີ່ມີເນື້ອໃນທາງລົບກ່ຽວກັບຈີນນັ້ນ, ຝ່າຍຈີນສະແດງຄວາມບໍ່ພໍໃຈເປັນຢ່າງຍິ່ງ ແລະຄັດຄ້ານຢ່າງເດັດດ່ຽວ, ພ້ອມທັງໄດ້ຕໍ່ວ່າທັກທ້ວງຢ່າງເຄັ່ງຂຶມຕໍ່ອາເມລິກາກ່ຽວກັບເລື່ອງນີ້.

 

    ຍັດຕິດັ່ງກ່າວບໍ່ເອົາຫົວຊານຳຂໍ້ມູນຄວາມຈິງແລະເວົ້າໂຍກອັນທີ່ວ່າ “ໄພຂົ່ມຂູ່ຈາກຈີນ” ໂດຍໄດ້ເຂົ້າແຊກແຊງວຽກງານພາຍໃນຂອງຈີນຕາມລໍາພັງໃຈ, ພ້ອມທັງໄດ້ໂຈມຕີແລະໃສ່ຮ້າຍປ້າຍສີພັກຄອມມູນິດຈີນ, ສິ່ງນີ້ເປັນການທ້າທາຍເກາະຜິດດ້ານການເມືອງຢ່າງໜັກໜ່ວງຕໍ່ຝ່າຍຈີນ.

 

    ຍັດຕິດັ່ງກ່າວມີມາດຕາທີ່ກ່ຽວຂ້ອງກັບໄຕ້ຫວັນຂອງຈີນໄປໃນທາງລົບຢ່າງຫຼວງຫຼາຍ, ໂດຍໄດ້ລະເມີດຕໍ່ຫຼັກການປະເທດຈີນດຽວ ແລະຂໍ້ກໍານົດໃນຖະແຫຼງການຮ່ວມ 3 ສະບັບລະຫວ່າງຈີນ-ອາເມລິກາ ຢ່າງໜັກໜ່ວງ, ໄດ້ປ່ອຍສັນຍານທີ່ຜິດພາດຢ່າງໜັກໜ່ວງໃຫ້ກັບອິດທິກໍາລັງແບ່ງແຍກໄຕ້ຫວັນເປັນເອກະລາດ ທັງໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງໃຫ້ກັບສັນຕິພາບແລະສະຖຽນລະພາບຢູ່ຊ່ອງແຄບໄຕ້ຫວັນຕື່ມອີກ. ຝ່າຍອາເມລິກາຄວນຍຸດຕິການຄວບຄຸມຈີນດ້ວຍບັນຫາໄຕ້ຫວັນໂດຍທັນທີ, ຍຸດຕິການບິນເບືອນຕໍ່ຫຼັກການປະເທດຈີນດຽວ, ຈົ່ງຢ່າເດີນຕາມເສັ້ນທາງທາງທີ່ຜິດພາດແລະອັນຕະລາຍນັບມື້ນັບໄກອອກກວ່າເກົ່າ.