ການລາດຕະເວນຮ່ວມເພື່ອປະຕິບັດກົດໝາຍຢູ່ຕາມລຳແມ່ນ້ຳຂອງຄັ້ງທີ 124 ລະຫວ່າງຈີນ-ລາວ-ໄທ-ມຽນມາໄດ້ສຳເລັດລົງຢ່າງຈົບງາມ

2022-12-24 11:49:10 CRI

 

    ໃນ 14 ໂມງ 10 ນາທີຂອງວັນທີ 23 ທັນວານີ້, ກຳປັ່ນປະຕິບັດກົດໝາຍ 4 ລຳຂອງຝ່າຍຈີນທີ່ເຂົ້າຮ່ວມການລາດຕະເວນຮ່ວມເພື່ອປະຕິບັດກົດໝາຍຢູ່ຕາມລຳແມ່ນ້ຳຂອງຄັ້ງທີ 124 ລະຫວ່າງຈີນ-ລາວ-ໄທ-ມຽນມາ, ໄດ້ສໍາເລັດໜ້າທີ່ລາດຕະເວນຮ່ວມເພື່ອປະຕິບັດກົດໝາຍແລະ, ການເຝິກຊ້ອມຮ່ວມ, ການມອບ-ຮັບໜ້າທີ່ລະຫວ່າງໜ່ວຍງານປະຕິບັດໜ້າທີ່ຢູ່ຈຸດປະສານງານ ແລະໜ້າທີ່ອື່ນໆຢ່າງຈົບງາມ ແລະໄດ້ກັບຄືນສູ່ທ່າກຳປັ່ນກ່ວນເຫຼີຍຂອງຈີນຢ່າງສໍາເລັດຜົນ.

 


    ການເຄື່ອນໄຫວຄັ້ງນີ້ໄດ້ສຳເລັດລົງຢ່າງຈົບງາມນັ້ນ, ເປັນຂີດໝາຍສະແດງໃຫ້ເຫັນວ່າ, ການແລກປ່ຽນແລະການຮ່ວມມືດ້ານການປະຕິບັດກົດໝາຍຕ່າງໆທີ່ຖືການລາດຕະເວນຮ່ວມເພື່ອປະຕິບັດກົດໝາຍຢູ່ຕາມລໍາແມ່ນ້ຳຂອງເປັນຫຼັກລະຫວ່າງຈີນ-ລາວ-ໄທ-ມຽນມາ ໄດ້ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ. ອີກບໍ່ດົນຂ້າງໜ້ານີ້, 4 ຝ່າຍຍັງຈະຈັດກອງປະຊຸມສະຫຼຸບວຽກງານການແລກປ່ຽນແລະການຮ່ວມມືດ້ານການປະຕິບັດກົດໝາຍປະຈໍາປີ 2022 ເພື່ອທົບທວນຄືນແລະສະຫຼຸບຜົນສໍາເລັດກໍຄືບົດຮຽນທີ່ຖອນຖອນໄດ້, ພ້ອມທັງວິເຄາະສະພາບການໃໝ່ ແລະ ຮ່ວມກັນວາງແຜນການຮ່ວມມືປະຈໍາປີ 2023 ຕື່ມອີກ.

 

    ນັບແຕ່ສ້າງຕັ້ງກົນໄກການລາດຕະເວນຮ່ວມເພື່ອປະຕິບັດກົດໝາຍຢູ່ຕາມລຳແມ່ນ້ຳຂອງລະຫວ່າງຈີນ-ລາວ-ໄທ-ມຽນມາເປັນຕົ້ນມາ, ຄວາມໝັ້ນຄົງຂອງທາງເດີນເຮືອສາກົນຕາມແມ່ນໍ້າຂອງໄດ້ຮັບການປົກປັກຮັກສາຢ່າງມີປະສິດທິຜົນ, ເສດຖະກິດຂອງພາກພື້ນໄດ້ຂະຫຍາຍຕົວໄປໃນທິດທາງທີ່ດີຢ່າງຕໍ່ເນື່ອງ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຂອງພາກພື້ນໄດ້ຮັບການປົກປັກຮັກສາຢ່າງເຂັ້ມແຂງ, ໂດຍໄດ້ສ້າງເປັນແບບຢ່າງທີ່ດີໃນການຮ່ວມມືດ້ານການປະຕິບັດກົດໝາຍສາກົນ, ເຮັດໃຫ້ປະຊາຊົນທີ່ດໍາລົງຊີວິດຢູ່ຕາມລຸ່ມແມ່ນ້ຳຂອງຮູ້ສຶກປອດໄພແລະມີຄວາມສຸກຫຼາຍກວ່າເກົ່າຢ່າງຫຼວງຫຼາຍ.