ສ້າງຊີວິດອັນດີງາມຈາກການຈັກສານເຄື່ອງໄມ້ໄຜ່

2022-12-24 14:38:18 CRI

ບ້ານລານໂກ່ເມືອງຊິ່ງເຊີນແຂວງເສສວນຂອງຈີນ, ເມື່ອ 10 ປີກ່ອນຍັງເປັນກຸ່ມບ້ານເກົ່າແກ່ຫຼ້າຫຼັງ, ແຕ່ມາຮອດປັດຈຸບັນ, ຊາວບ້ານໄດ້ກ້າວຂຶ້ນສູ່ເສັ້ນທາງແຫ່ງຄວາມຮັ່ງມີໂດຍອາໄສອຸດສາຫະກຳຈັກສານເຄື່ອງໄມ້ໄຜ່, ແລະໄດ້ສ້າງເປັນບ້ານແບບສວນດອກໄມ້ທີ່ໜ້າຢູ່ ໜ້າທ່ຽວ ແລະ ໜ້າທຳມາຫາກິນ. ຫວ່າງບໍ່ດົນມານີ້, ງານວາງສະແດງອຸດສາຫະກຳໄມ້ໄຜ່ສາກົນຈີນໄດ້ຈັດຂຶ້ນຢູ່ທີ່ແຫ່ງນີ້.



ຢູ່ບ້ານລານໂກ່, ການຈັກສານໄມ່ໄຜ່ໄດ້ມີປະຫວັດມາແຕ່ດົນນານແລ້ວ, ທຸກໆຄອບຄົວລ້ວນແຕ່ຮູ້ຈັກສານເຄື່ອງໃຊ້ເຂົ້າໃນການຜະລິດ ແລະ ການດຳລົງຊີວິດດ້ວຍໄມ້ໄຜ່. ທ່ານເສີນຢຸນຮວາ ຜູ້ສືບທອດສີມື “ຈັກສານໄມ້ໄຜ່ຊິ່ງເຊີນ”ທີ່ເປັນມໍລະດົກວັດທະນະທຳນາມມະນທຳລະດັບຊາດຈີນກ່າວວ່າ: ໄມ້ໄຜ່ລົດໜຶ່ງທີ່ເປັນວັດຖຸດິບມີມູນຄ່າບໍ່ເທົ່າໃດພັນຢວນ,ແຕ່ຫລັງຈາກຜະລິດເປັນເຄື່ອງໃຊ້ໃນເຮືອນ ແລະ ເຄື່ອງຫັດຖະກຳແລ້ວຈະມີມູນຄ່າເພີ່ມຂຶ້ນຫຼາຍກວ່າ 10 ເທົ່າ, ທັງເຊື່ອມໂຍງເຂົ້າກັບຕະຫຼາດ, ດັ່ງນັ້ນຈຶ່ງສາມາດສືບທອດສີມືຂອງບັນພະບຸລຸດຕໍ່ໆໄປທຸກເຊັ່ນຄົນ.



ປັດຈຸບັນ,ທ່ານເສີນຢຸນຮວາບໍ່ພຽງແຕ່ສອນສີມືຈັກສານເຄື່ອງໄມ້ໄຜ່ໃຫ້ແກ່ຄອບຄົວຂອງລາວເທົ່ານັັ້ນ, ຍັງໄດ້ຖ່າຍທອດໃຫ້ທົ່ວສັງຄົມນໍາອີກ. ຫຼັງຈາກຊ່າງຈັກສານເຄື່ອງໄມ້ໄຜ່ໄດ້ຮັບການສືບທອດ ແລະ ປະດິດສ້າງໃໝ່ຢ່າງບໍ່ຢຸດຢັ້ງ, ສີມືຈັກສານເຄື່ອງໄມ້ໄຜ່ຊິ່ງເສີນໄດ້ຈັດເຂົ້າເປັນມໍລະດົກວັດທະນະທຳນາມມະທຳລະດັບຊາດໃນປີ 2008, ປັດຈຸບັນໄດ້ກາຍເປັນອຸດສາຫະກຳຫລັກຂອງບ້ານຊິ່ງເຊີນແລ້ວ.



ປັດຈຸບັນນີ້, ວິສາຫະກິດຈັກສານໄມ້ໄຜ່ ແລະ ວັດທະນະທຳໄມ້ໄຜ່ຂະໜາດໃຫຍ່ຂອງບ້ານລານໂກ່ມີເຖິງ 30 ກວ່າແຫ່ງ, ຜູ້ປະກອບການອຸດສາຫະກຳໄມ້ໄຜ່ມີເກືອບ 2.000 ຄົນ, ຮ້ານຈຳໜ່າຍເຄື່ອງຫັດຖະກຳໄມ້ໄຜ່ມີເກືອບ 100 ຮ້ານ, ມູນຄ່າຜະລິດອຸດສາຫະກຳໄມ້ໄຜ່ທົ່ວບ້ານມີເຖິງ45 ລ້ານຢວນຕໍ່ປີ. ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນ.



ປັດຈຸບັນ, ບ້ານລານໂກ່ໄດ້ອີງໃສ່ຊື່ສຽງດ້ານວັດທະນະທຳຈັກສານໄມ້ໄຜ່, ສຸມໃສ່ສ້າງທິວທັດໄມ້ໄຜ່, ພັດທະນາການທ່ອງທ່ຽວຊົນນະບົດ, ເປີດກວ້າງຊ່ອງທາງສ້າງລາຍຮັບໃຫ້ແກ່ຊາວບ້ານ. ທິວທັດປ່າໄມ້ໄຜ່ໄດ້ກາຍເປັນທິວທັດທີ່ມີເອກະລັກຂອງຊົນນະບົດແຫ່ງນັ້ນ. ບ້ານລານໂກ່ທີ່ເກົ່າແກ່ຫຼ້າຫຼັງເມື່ອ 10 ປີກ່ອນ, ໄດ້ກາຍມາເປັນຊົນນະບົດທີ່ສວຍງາມ, ພ້ອມທັງກາຍເປັນແຫຼ່ງທ່ອງທ່ຽວທີ່ມີຊື່ສຽງແລ້ວ.