CMG ຄັດເລືອກສິບຂ່າວເດັ່ນດ້ານເສດຖະກິດການເງິນພາຍໃນປະເທດປີ 2022

2022-12-25 17:34:45 cri


1. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນໄດ້ຈັດຂຶ້ນຢ່າງສຳເລັດຜົນ, ຈີນໄດ້ກ້າວເຂົ້າສູ່ຂະບວນການເດີນທາງອັນໃໝ່ແຫ່ງການສ້າງປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ.


2. ຈີນຈັດສັນການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ກັບການພັດທະນາເສດຖະກິດສັງຄົມຢ່າງເປັນເອກະພາບກັນດ້ວຍປະສິດທິຜົນສູງ, ຍອດມູນຄ່າເສດຖະກິດໃນປີ 2022 ຈະຫຼາຍກວ່າ 120.000 ຕື້ຢວນ.


3.ຈຳນວນຜູ້ຊົມງານກິລາໂອລິມປິກລະດູໜາວປັກກິ່ງໃນທົ່ວໂລກໄດ້ສ້າງສະຖິຕິໃໝ່ ເຊິ່ງໄດ້ຊຸກຍູ້ການພັດທະນາຢ່າງວ່ອງໄວຂອງເສດຖະກິດຫິມະແລະນ້ຳກ້ອນຂອງຈີນ


4. ຜົນຜະລິດສະບຽງອາຫານປະຈຳປີຂອງຈີນໄດ້ຫຼາຍກວ່າ 650 ຕື້ໂຕນເປັນເວລາ 8 ປີລຽນຕິດ.


5. ປະລິມານຜະລິດຖ່ານຫີນຂອງຈີນໄດ້ສ້າງສະຖິຕິໃໝ່, ປະລິມານຜະລິດນ້ຳມັນດິບຄາດວ່າຈະບັນລຸຫຼາຍກວ່າ 200 ລ້ານໂຕນ, ຄວາມສາມາດນຳໃຊ້ພະລັງງານໃໝ່ໄດ້ຮັກສາຈັງຫວະການເຕີບໂຕຢ່າງວ່ອງໄວ, ເຊິ່ງເປັນການສະໜັບສະໜູນການພັດທະນາເສດຖະກິດສັງຄົມຂອງຈີນຢ່າງແຂງແຮງແລະມີປະສິດທິຜົນ.


6.ການຄ້າກັບຕ່າງປະເທດຂອງຈີນໄດ້ຮັກສາການເຕີບໂຕຢ່າງໝັ້ນທ່ຽງ ເຊິ່ງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຟື້ນຟູເສດຖະກິດແຫ່ງຊາດ.


7. ສະຖານີອະວະກາດຂອງຈີນໄດ້ສ້າງສຳເລັດຢ່າງຮອບດ້ານ, ເຮືອບິນຂະໜາດໃຫຍ່ C919 ໄດ້ຮັບການນຳໃຊ້, ວຽກງານການບິນ ແລະການບິນອະວະກາດຂອງຈີນໄດ້ຮັບຄວາມຄືບໜ້າທີ່ສຳຄັນ.


8. ເຂື່ອນໄຟຟ້ານ້ຳຕົກປາຍເຮິ້ທ່ານໄດ້ເປີດບໍລິການເລີີ່ມຜະລິດໄຟຟ້າຢ່າງຮອບດ້ານ, ແລວທາງພະລັງງານສະອາດໃຫຍ່ທີ່ສຸດຢູ່ໃນໂລກໄດ້ສ້າງສຳເລັດ.


9.ເວທີຂໍ້ມູນຂ່າວສານການປະກັນການປິ່ນປົວທີ່ເປັນເອກະພາບກັນແຫ່ງຊາດຈີນທີ່ກວມເອົາຜູ້ເຂົ້າຮ່ວມການປະກັນໄພ 1,36 ຕື້ຄົນໄດ້ຖືກສ້າງສຳເລັດຢ່າງຮອບດ້ານ ຮູບການບໍລິການດ້ານການປະກັນການປິ່ນປົວໄດ້ຫຼາຍກວ່າເກົ່າ, ໄວກວ່າເກົ່າ ແລະຄ່ອງແຄ້ວກວ່າເກົ່າ.


10. ຈີນໄດ້ສ້າງເຄືອຂ່າຍອິນເຕີເນັດໄວແບບເຄື່ອນທີ່ແລະເຄືອຂ່າຍໃຍແສງໃຫຍ່ທີ່ສຸດຢູ່ໃນໂລກໃຫ້ສຳເລັດ, ພື້ນຖານໂຄງລ່າງໃໝ່ໄດ້ຊ່ວຍປ່ອຍຄວາມສາມາດການຜະລິດ.