ກະຊວງປ້ອງກັນປະເທດຣັດເຊຍ: ໂຄງການຄົ້ນຄວ້າຊີວະພາບທາງການທະຫານຢູ່ອູແກຣນກ່ຽວຂ້ອງກັບອົງການຂ່າວກອງ ແລະບໍລິສັດຜະລິດຢາຂອງອາເມຣິກາ

2022-12-25 17:31:13 cri

 


ວັນທີ 24 ທັນວານີ້, ອີງຕາມຂ່າວຈາກເວັບໄຊກະຊວງປ້ອງກັນປະເທດຣັດເຊຍແຈ້ງໃຫ້ຮູ້ວ່າ: ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນມື້ດຽວກັນ, ທ່ານອັງເດຣ ກິຣິລົຟ ຜູ້ບັນຊາການກອງທັບປ້ອງກັນການແຜ່ລັງສີ, ອາວຸດເຄມີ ແລະອາວຸດຊີວະພາບຂອງຣັດເຊຍໄດ້ເປີດເຜີຍບຸກຄົນສຳຄັນຫຼາຍຄົນທີ່ມີສ່ວນຮ່ວມໂຄງການຄົ້ນຄວ້າຊີວະພາບທາງການທະຫານຢູ່ອູແກຣນ ເຊິ່ງກ່ຽວພັນເຖິງ ອົງການຂ່າວກອງ ແລະບໍລິສັດຜະລິດຢາທີ່ສຳຄັນຂອງອາເມຣິກາ.

 

ທ່ານອັງເດຣ ກິຣິລົຟຊີ້ໃຫ້ເຫັນວ່າ: ອີງຕາມບົດລາຍງານທີ່ກະຊວງປ້ອງກັນປະເທດຣັດເຊຍໄດ້ຮັບສະແດງໃຫ້ເຫັນວ່າ: ສຳນັກງານຄົ້ນຄວ້າການຕ້ານພະຍາດກາລະໂຣກເອລີ ເມັກນິຄົຟ, ສຳນັກງານຄົ້ນຄວ້າສັດຕະວະແພດ ແລະສຳນັກງານຄົ້ນຄວ້າພະຍາດລະບາດ ແລະສາທາລະນະສຸກລິວິຟແມ່ນພາກສ່ວນຈັດຕັ້ງປະຕິບັດໂຄງການຄົ້ນຄວ້າຊີວະພາບທາງການທະຫານຂອງອາເມຣິກາ.

 

ອີງຕາມຂ່າວທີ່ມີຢູ່ແລ້ວໃຫ້ຮູ້ວ່າ, ອາເມຣິກາພວມຍ້າຍພາກສ່ວນທີ່ຍັງບໍ່ທັນສຳເລັດຜົນໃນໂຄງການຄົ້ນຄວ້າຊີວະພາບທາງການທະຫານຢູ່ອູແກຣນໄປສູ່ປະເທດອາຊີກາງ ແລະເອີຣົບຕາເວັນອອກ, ອາເມຣິກາຍັງມີແຜນຈະເປີດກວ້າງການຮ່ວມມືກັບປະເທດອາຟຣິກາ ແລະອາຊີປາຊີຟິກຕື່ມອີກໃນໂຄງການທີ່ຄ້າຍກັນ.