ຈັດກາງແຂ່ງຂັນຮອບຊີງຊະນະເລີດຂອງການແຂ່ງຂັນຮ້ອງເພງຈີນ-ຫວຽດນາມ 2022 ຫົວຂໍ້“ຮ້ອງເພງມິດຕະພາບຮ່ວມກັນ”

2022-12-25 14:59:15 CRI

 

ຕາມຂ່າວCRI: ໃນຕອນຄ່ຳຂອງວັນທີ 23 ທັນວານີ້, ການແຂ່ງຂັນຮອບຊີງຊະນະເລີດສາກົນຂອງການແຂ່ງຂັນຮ້ອງເພງຈີນ-ຫວຽດນາມ 2022 ຫົວຂໍ້“ຮ້ອງເພງມິດຕະພາບຮ່ວມກັນ”ໄດ້ຈັດຂຶ້ນຢູ່ນະຄອນໜານນິງ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນ ແລະນະຄອນຫາໂລງ ແຂວງກວາງນີນຂອງຫວຽດນາມໃນເວລາດຽວກັນ.


 

ການແຂ່ງຂັນຄັ້ງນີ້ແມ່ນສະຖານີວິທະຍຸໂທລະພາບກວາງຊີຈີນ, ກົມວິທະຍຸໂທລະພາບກວາງຊີຈີນ ແລະສູນສື່ມວນຊົນແຂວງກວາງນີນຂອງຫວຽດນາມເປັນເຈົ້າພາບຮ່ວມກັນ ໂດຍຈັດຂຶ້ນຜ່ານທາງອອນລາຍ ແລະອອຟລາຍ.

 

ການແຂ່ງຂັນຄັ້ງນີ້ມີນັກຮ້ອງ 5 ຄົນທີ່ຖືກຄັດເລືອກຈາກເຂດແຂ່ງຂັນຈີນ ແລະນັກຮ້ອງ 5 ຄົນທີ່ຖືກຄັດເລືອກຈາກເຂດແຂ່ງຂັນຫວຽດນາມສາມາດເຂົ້າຮ່ວມການແຂ່ງຂັນຮອບຊີງຊະນະເລີດໄດ້. ຜ່ານການແຂ່ງຂັນຢ່າງດຸເດືອດ, ນາງທາວດ່່ານນີ ນັກຮ້ອງຈີນ ແລະນາງຫວງດີ ດາວ, ນັກຮ້ອງຫວຽດນາມໄດ້ຮັບລາງວັນອັນດັບ 1 ຂອງການແຂ່ງຂັນຮ່ວມກັນ.