ງານວາງສະແດງວັດທະນະທຳສາກົນຄັ້ງທີ 18 ຈະຈັດຂຶ້ນຢູ່ສູນປະຊຸມສາກົນນະຄອນເສິນເຈິ້ນຈີນໃນອາທິດໜ້າ

2022-12-25 17:35:48 cri

 

ງານວາງສະແດງຂະແໜງການວັດທະນະທຳສາກົນຄັ້ງທີ 18 ຈະໄຂຂຶ້ນຢ່າງເປັນທາງການໃນຕອນບ່າຍວັນທີ 28 ທັນວານີ້ຢູ່ນະຄອນເສິນເຈິ້ນຂອງຈີນ ແລະຈະເປີດໃຫ້ປະຊາຊົນເຂົ້າຊົມນັບແຕ່ວັນທີ 29 ທັນວາ 2022 ຫາວັນທີ 2 ມັງກອນ 2023.

 

ງານວາງສະແດງຄັ້ງນີ້ຕົ້ນຕໍຈະຈັດຂຶ້ນຜ່ານທາງອອຟລາຍ, ແລະຈະຈັດຜ່ານທາງອອນລາຍພ້ອມກັນ. ປັດຈຸບັນ, ງານວາງສະແດງຄັ້ງນີ້ໄດ້ກຽມພ້ອມໂດຍພື້ນຖານແລ້ວ, ຄາດວ່າຈະມີຄະນະທີ່ຈັດຕັ້ງໂດຍລັດຖະບານ, ອົງການວັດທະນະທຳ ແລະວິສາຫະກິດວັດທະນະທຳ 2.532 ແຫ່ງເຂົ້າຮ່ວມຜ່ານທາງອອຟລາຍ, ມີອົງການ ແລະວິສາຫະກິດ 870 ແຫ່ງເຂົ້າຮ່ວມຜ່ານທາງອອນລາຍ, ລວມມີ 3.402 ແຫ່ງເຂົ້າຮ່ວມ. ມີທັງໝົດ 31 ແຂວງ, ເຂດປົກຄອງຕົນເອງ, ກຳແພງນະຄອນ, ເຂດບໍລິຫານພິເສດຮົງກົງ, ມາກາວ ແລະໄຕ້ຫວັນເຂົ້າຮ່ວມ.