ທ່ານສີຈິ້ນຜິງຢູ່ທົ່ງໄຮ່ທົ່ງນາ

2022-12-25 11:59:21 CRI

 

    ທົ່ງໄຮ່ທົ່ງນາເປັນບ່ອນທີ່ທ່ານ ສີຈິ້ນຜິງ ປະທານປະເທດຈີນມັກໄປສໍາຫຼວດເປັນປະຈຳຢູ່ທ້ອງຖິ່ນ. ເມື່ອຫວນຄືນປີ 2022, ທ່ານ ສີຈິ້ນຜິງ ໄດ້ເຂົ້າເຖິງທົ່ງໄຮ່ທົ່ງນາຫຼາຍຄັ້ງ, ຜົນເກັບກ່ຽວດີຫຼືບໍ່, ການພັດທະນາອຸດສາຫະກໍາໃນຊົນນະບົດເປັນແນວໃດ, ລາຍຮັບຂອງປະຊາຊົນສູງຫຼືບໍ່, ທ່ານລ້ວນແຕ່ເອົາໃຈໃສ່ເປັນຢ່າງຍິ່ງ.

 

    ຈາກທົ່ງນາຮອດສູນເພາະພັນ


    ວັນທີ 8 ມິຖຸນາປີນີ້, ໃນເວລາໄປສໍາຫຼວດຢູ່ບ້ານຢອງເຟີງແຂວງເສສວນ ທາງພາກຕາເວັນຕົກສຽງໃຕ້ຂອງຈີນ, ທ່ານ ສີຈິ້ນຜິງ ໄດ້ຍ່າງເຂົ້າທົ່ງນາເພື່ອກວດເບິ່ງສະພາບການເຕີບໃຫຍ່ຂອງຕົ້ນກ້າ. ທ່ານໄດ້ກ່າວເນັ້ນໜັກວ່າ: ການຊຸກຍູ້ຂະແໜງການກະສິກໍາຫັນເປັນແບບທັນສະໄໝ, ບໍ່ພຽງແຕ່ຕ້ອງອາໄສຜູ້ຊ່ຽວຊານດ້ານກະສິກໍາເທົ່ານັ້ນ, ແຕ່ຍັງຕ້ອງອາໄສຊາວກະສິກອນຢ່າງກວ້າງຂວາງ. ຕ້ອງເພີ່ມທະວີການສົ່ງເສີມແລະນໍາໃຊ້ວິທະຍາສາດແລະເຕັກໂນໂລຊີດ້ານກະສິກໍາທີ່ທັນສະໄໝກໍຄືການຝຶກອົບຮົບດ້ານເຕັກນິກ, ຈັດຕັ້ງຊາວກະສິກອນທີ່ມີຄວາມສາມາດດ້ານການຜະລິດສູງ, ເພື່ອພັດທະນາຂະແໜງການກະສິກໍາແບບສີຊຽວ, ຂະແໜງການກະສິກໍານິເວດແລະຂະແໜງການກະສິກໍາທີ່ມີປະສິດທິພາບສູງຢ່າງຫ້າວຫັນ.

 

    ເດືອນເມສາປີນີ້, ທ່ານ ສີຈິ້ນຜິງ ໄດ້ໄປສໍາຫຼວດຢູ່ແຂວງໄຫຫຼໍາ ທາງພາກໃຕ້ຂອງຈີນ, ບ່ອນທໍາອິດທີ່ທ່ານໄປກໍຄືຫ້ອງທົດລອງແນວພັນອ່າວຢາໂຈ່ວທີ່ຕັ້ງຢູ່ “ເມືອງວິທະຍາສາດແລະເຕັກໂນໂລຊີອ່າວຢາໂຈ່ວ” ຂອງນະຄອນຊ່ານຢ້າ. ໃນການສໍາຫຼວດຄັ້ງນີ້, ທ່ານ ສີຈິ້ນຜິງ ໄດ້ກ່າວເນັ້ນໜັກວ່າ: ມີແຕ່ກໍາແໜ້ນແນວພັນຂອງຈີນດ້ວຍຕົນເອງເທົ່ານັ້ນ, ຈຶ່ງສາມາດກຳຖ້ວຍເຂົ້າຂອງຈີນໄວ້ໃຫ້ແໜ້ນໄດ້,ຈຶ່ງສາມາດບັນລຸຄວາມໝັ້ນຄົງດ້ານສະບຽງອາຫານໄດ້. ຈາກທົ່ງນາທີ່ມີມາດຕະຖານສູງຕະຫຼອດຮອດຫ້ອງທົດລອງແນວພັນ, ວຽກງານດ້ານສະບຽງອາຫານຂອງຊາດເປັນສິ່ງທີ່ທ່ານ ສີຈິ້ນຜິງ ເປັນຫ່ວງເປັນໃຍມາໂດຍຕະຫຼອດ.

 

    ອີງຕາມຂໍ້ມູນຫຼ້າສຸດທີ່ກະຊວງກະສິກໍາແລະຊົນນະບົດຈີນເປີດເຜີຍໃຫ້ຮູ້ວ່າ: ປັດຈຸບັນນີ້, ພືດກະສິກຳທີ່ມີຄຸນນະພາບດີຂອງຈີນໄດ້ກວມເອົາກວ່າ 96% ຂອງພືດກະສິກຳຊະນິດຕ່າງໆ, ຂະນະທີ່ພືດກະສິກຳທີ່ເລືອກແນວພັນດ້ວຍຕົນເອງນັ້ນໄດ້ກວມເອົາ 95% ຂອງເນື້ອທີ່ການປູກຝັງ, ເຊິ່ງໄດ້ບັນລຸສະພາບການທີ່ສະບຽງອາຫານຂອງຈີນນຳໃຊ້ແນວພັນຂອງຈີນເປັນຫຼັກ.

 

    ຈາກຮ່ອມພູໝາກລະແຊັງຮອດສວນໝາກແອບເປິ້ນ



    ທ່ານ ສີຈິ້ນຜິງເຂົ້າເຖິງທົ່ງໄຮ່ທົ່ງນາ, ແມ່ນເພື່ອເບິ່ງສະພາບການເກັບກ່ຽວຂອງພືດກະສິກໍາ, ພ້ອມດຽວກັນນີ້ກໍແມ່ນເພື່ອເບິ່ງຊີວິດການເປັນຢູ່ຂອງຊາວຊົນນະບົດເຊັ່ນດຽວກັນ. ໃນເດືອນກໍລະກົດປີນີ້, ທ່ານ ສີຈິ້ນຜິງ ໄດ້ໄປສໍາຫຼວດຢູ່ເຂດປົກຄອງຕົນເອງອຸຍເກີຊິ່ນຈ່ຽງ ທາງພາກຕາເວັນຕົກສຽງເໜືອຂອງຈີນ. ຢູ່ນະຄອນຖູລູຟານ, ທ່ານ ສີຈິ້ນຜິງ ໄດ້ໄປຮອດຮ່ອມພູໝາກລະແຊັງເພື່ອຮັບຮູ້ສະພາບການພັດທະນາອຸດສາຫະກໍາໝາກໄມ້ທີ່ເປັນເອກະລັກຂອງທ້ອງຖິ່ນ, ໃນໂອກາດດັ່ງກ່າວ, ທ່ານໄດ້ກ່າວເນັ້ນໜັກວ່າ: ຕ້ອງຊຸກຍູ້ການພັດທະນາແບບປະສົມປະສານກັນລະຫວ່າງວັດທະນະທໍາແລະການທ່ອງທ່ຽວ, ເພື່ອສ້າງເປັນອຸດສາຫະກໍາທີ່ສ້າງຄວາມຮັ່ງມີໃຫ້ກັບປະຊາຊົນ.

 

    ອຸດສາຫະກໍາຈະເລີນຮຸ່ງເຮືອງເປັນເນື້ອໃນອັນສໍາຄັນຂອງການພັດທະນາຊົນນະບົດໃຫ້ຈະເລີນ. ພ້ອມດຽວກັນນີ້, ການພັດທະນາອຸດສາຫະກໍາທີ່ມີເອກະລັກກໍເປັນສິ່ງສໍາຄັນໃນການເປີດກວ້າງຊ່ອງທາງເພື່ອໃຫ້ແກ່ຊາວກະສິກອນມີລາຍໄດ້ເພີ່ມຂຶ້ນ. ໃນເດືອນຕຸລາປີນີ້, ທ່ານ ສີຈິ້ນຜິງ ໄດ້ໄປສໍາຫຼວດຢູ່ແຂວງສ້ານຊີ, ບ່ອນທໍາອິດທີ່ທ່ານໄປກໍແມ່ນບ້ານໜານໂກນະຄອນຢຽນອ່ານ, ທ່ານໄດ້ເຂົ້າເຖິງສວນໝາກແອບເປີ້ນເພື່ອຮັບຮູ້ສະພາບການເກັບໝາກແອບເປີ້ນໃນປີນີ້, ພ້ອມທັງໄດ້ສອບຖາມເຕັກນິກການປູກໝາກແອບເປີ້ນ, ລາຂາຊື້ຂາຍ, ລາຍໄດ້ຂອງຊາວຊົນນະບົດ ແລະບັນຫາອື່ນໆຢ່າງລະອຽດ.

 


    ໝາກແອບເປີ້ນທີ່ແດງງາມລູກໃຫຍ່, ໄດ້ຊ່ວຍກຳເນີດອຸດສາຫະກໍາທີ່ສ້າງຄວາມຮັ່ງມີໃຫ້ກັບປະຊາຊົນ. ຊາວຊົນນະບົດບໍ່ພຽງແຕ່ໄດ້ປັນຜົນກຳໄລເທົ່ານັ້ນ, ແຕ່ຍັງມີໂອກາດໄດ້ເຮັດວຽກຢູ່ບ່ອນໃກ້ບ້ານຕື່ມອີກ. ປັດຈຸບັນ, ໝາກແອບເປີ້ນຂອງນະຄອນຢຽນອ່ານໄດ້ຂາຍໄປຮອດແຫ່ງຕ່າງໆໃນທົ່ວປະເທດ, ແລະຍັງໄດ້ສົ່ງອອກໄປຮອດປະເທດໃນອາຊີຕາເວັນອອກສຽງໃຕ້ເປັນຕົ້ນແມ່ນອິນໂດເນເຊຍແລະອື່ນໆ, ພ້ອມນັ້ນຍັງໄດ້ປາກົດຕົວຢູ່ໃນສະຖານີອະວະກາດຂອງຈີນ.

 

    ຈາກການກົ້ມລົງເບິ່ງສະພາບການເຕີບໂຕຂອງຕົ້ນກ້າ, ຕະຫຼອດຮອດການໂອ້ລົມກັບປະຊາຊົນ, ທ່ານ ສີຈິ້ນຜິງ ທີ່ຍ່າງເຂົ້າທົ່ງໄຮ່ທົ່ງນາ, ສິ່ງທີ່ທ່ານເອົາໃຈໃສ່ຄືບັນຫາຄວາມໝັ້ນຄົງຂອງສະບຽງອາຫານ, ສິ່ງທີ່ທ່ານເປັນຫ່ວງເປັນໃຍແມ່ນການກິນອີ່ມນຸ່ງອຸ່ນຂອງປະຊາຊົນ.