ຈຳນວນຜູ້ເສຍຊີວິດໃນໄພດິນພູເຈື່ອນຂອງມາເລເຊຍເພີ່ມຂຶ້ນເປັນ 31 ຄົນ

2022-12-25 17:08:52 cri

      ຕາມສື່ມວນຊົນທ້ອງຖິ່ນຂອງມາເລເຊຍລາຍງານໃນວັນທີ 24 ທັນວານີ້ວ່າ: ໄດ້ຄົ້ນພົບສົບຂອງຜູ້ຫາຍສາບສູນຜູ້ສຸດທ້າຍໃນເຫດການໄພດິນພູເຈື່ອນທີ່ເກີດຂຶ້ນຢູ່ຄ້າຍບາຕາງ ຄາລີທີ່ຕັ້ງຢູ່ລັດເນເກຣີ ເຊລານໂກຂອງມາເລເຊຍແລ້ວ, ມາຮອດປັດຈຸບັນນີ້, ຈຳນວນຜູ້ເສຍຊີວິດໃນເຫດການດັ່ງກ່າວໄດ້ເພີ່ມຂຶ້ນເປັນ 31 ຄົນ.

      ເວລາ 3 ໂມງຂອງວັນທີ 16 ທັນວານີ້ຕາມເວລາທ້ອງຖິ່ນ, ຢູ່ເປີ້ນພູລັດເນເກຣີ ເຊລານໂກຂອງມາເລເຊຍໄດ້ເກີດໄພດິນພູເຈື່ອນ. ຄ້າຍບາຕາງ ຄາລີໄດ້ຖືກທຳລາຍຍ້ອນໄພດິນພູເຈື່ອນ,ເຮັດໃຫ້ຫຼາຍສິບຄົນປະສົບໄພ.